ສະມາຄົມປິ້ງໄກ່ລາດເຊໂນ ( ເມືອງອຸທຸມພອນ ) ໄດ້ຮັບໃບ ຢັ້ງຢືນການຈົດທະບຽນເຄື່ອງໝາຍການຄ້າໜຶ່ງເມືອງ,ໜຶ່ງຜະລິດ ຕະພັນແຫ່ງຊາດ ( ODOP )ເຊິ່ງໄດ້ຈັດຂື້ນໃນວັນທີ 12 ທັນວາ 2024 ທີ່ສະໂມສອນຂອງເມືອງ,ໂດຍການເຂົ້າຮ່ວມຂອງທ່ານ ທອງໃສ ໄຊຍະວົງຄໍາດີ ເຈົ້າເມືອງອຸທຸມພອນ,ທ່ານ ສີໂທ ທໍລະທາ ຮອງຫົວໜ້າພະແນກອຸດສາຫະກໍາ-ການຄ້າແຂວງ.
ໃນພິທີ ທ່ານ ນາງ ລັດສະໝີ ສຸລິໂຍ ປະທານສະມາຄົມປິ້ງໄກ່ລາດເຊໂນກ່າວລາຍງານກ່ຽວກັບປະຫວັດ ຄວາມເປັນມາຂອງປິ້ງໄກ່ລາດເຊໂນວ່າ: ປິ້ງໄກ່ລາດເຊໂນໄດ້ມີໜໍ່ແໜງເກີດຂື້ນແຕ່ປີ 1990 ເປັນຕົ້ນມາ,ໂດຍແມ່ນຄອບຄົວຂອງທ່ານ ລູງ ສິງ ສຸລິເຍດ ພ້ອມດ້ວຍລູກ-ຫຼານຂອງເພິ່ນຈໍານວນ 5-6 ຄອບຄົວທີ່ມີການແລກປ່ຽນຊື້-ຂາຍປິ້ງໄກ່ລາດແບບປະຖົມປະຖານ ຢູ່ຄີວລົດເມແຄມທາງ,ມາຮອດໄລຍະປີ 1999-2002 ຄອບຄົວຂາຍປິ້ງໄກ່ລາດໄດ້ເພີ່ມຂື້ນ 15-20 ຮ້ານ ແລະ ຕົກມາຮອດປີ 2015 ເສດຖະກິດມີການຂະຫຍາຍຕົວ,ນັກທ່ອງທ່ຽວເລີ່ມມີຫຼາຍ,ຜະລິດຕະພັນປິ້ງໄກ່ລາດເຊໂນກໍ່ເລີ່ມເປັນທີ່ຕ້ອງການຂອງຕະຫຼາດ,ຮ້ານປິ້ງໄກ່ລາດເລີ່ມມີການຂະຫຍາຍ ເພີ່ມຂື້ນເລື້ອຍໆເປັນ 40 ຮ້ານ.
ທ່ານ ນາງ ລັດສະໝີ ສຸລິໂຍ ເວົ້າອີກວ່າ: ເພື່ອຍົກສູງຜະລິດຕະ ພັນປິ້ງໄກ່ລາດເຊໂນໃຫ້ມີມາດຕະຖານດ້ານສຸຂະອະນາໄມ,ຄວາມ ສະອາດ,ໃຫ້ເປັນທີ່ຍອມຮັບດ້ານການຕະຫຼາດພາຍໃນ ແລະ ສາ ກົນ ທາງສະຄົມຈິ່ງໄດ້ຮັບອະນຸຍາດຈາກຂັ້ນເທິງໃຫ້ນໍາໃຊ້ກາໝາຍສິນຄ້າໜຶ່ງເມືອງ,ໜຶ່ງຜະລິດຕະພັນແຫ່ງຊາດ ( ODOP ) ແລະ ໄດ້ຮັບອະນຸຍາດນໍາໃຊ້ກາໝາຍໂອດ໊ອບແຫ່ງຊາດເມື່ອປີ 2017 ຈໍານວນ 15 ຮ້ານ, ມາຮອດປະຈຸບັນມີສະມາຊິກເພີ່ມຂື້ນເປັນ 52 ຮ້ານ,ແຕ່ລະຮ້ານສາມາດຂາຍປິ້ງໄກ່ລາດບໍ່ຫຼຸດ 20 ໂຕຕໍ່ມື້,ແຕ່ຖ້າສະເລ່ຍລວມກັນໃນແຕ່ລະຮ້ານທັງໝົດທີ່ຂາຍປິ້ງໄກ່ລາດເຊໂນມື້ໜຶ່ງໆ ຕົກຢູ່ປະມານລະຫວ່າງ 1.200 ຫາ 1.500 ໂຕ ຈິ່ງພໍຕໍ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນປະຈຸບັນ.
ຂ່າວ: ບຸນຊູ ພົມມະເທບ



