ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳໃຊ້ GIS ເຂົ້າໃນການຄຸ້ມຄອງລະບົບສາຍທໍ່ນໍ້າປະປາ ຈະສາມາດເພີ່ມລາຍຮັບຫຼຸດລາຍຈ່າຍ

Dec 13, 2024

ກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024 ແລະ ຜ່ານແຜນການປະຈໍາປີ 2025 ຂອງໂຄງການຍົກລະດັບການຄຸ້ມຄອງຊັບສິນຄົງທີ່ ດ້ວຍການນໍາໃຊ້ລະບົບຂໍ້ມູນຂ່າວສານດ້ານພູມີສາດ (GIS) ພາຍໃຕ້ທຶນຂອງວິສາຫະກິດດ້ານນໍ້າຂອງເມືອງອໍາສະເຕີດໍາ (World Waternet Amsterdam) ຈັດຂຶ້ນວັນທີ 13 ທັນວາ 2024 ທີ່ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານນາງ ພູວັນ ແສນບຸດຕະລາດ ຮັກສາການຫົວໜ້າກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ຄີສ ວັນເດີລູກ ຫົວໜ້າປະຈຳພາກພື້ນຂອງໂຄງການ World Waternet Amsterdam) ມີຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຜ່ານລະບົບເຊິ່ງໜ້າ ແລະ ທາງໄກ.
ທ່ານ ນາງ ພູວັນ ແສນບຸດຕະລາດ ກ່າວວ່າ ການຫັນເປັນທັນສະໄໝໃນການບໍລິຫານ ແລະ ຄຸ້ມຄອງວຽກງານນໍ້າປະປາແມ່ນປັດໄຈທີ່ສໍາຄັນຂອງຜູ້ບໍລິການນໍ້າປະປາ ເປັນຕົ້ນແມ່ນການຄຸ້ມຄອງຊັບສິນຄົງທີ່ ແລະ ຂໍ້ມູນຂ່າວສານຂອງລັດວິສາຫະກິດນໍ້າປະປາ ໄລຍະຜ່ານມາລັດວິສາຫະກິດນໍ້າປະປາ ຈຳນວນບໍ່ໜ້ອຍຍັງບໍ່ທັນມີກົນໄກ ແລະ ໂປຣແກມທີ່ທັນສະໄໝເຂົ້າມາຄຸ້ມຄອງ ບໍລິຫານຊັບສິນຄົງທີ່ ແລະ ຂໍ້ມູນຂ່າວສານຂອງວຽກງານຕົນເຊິ່ງເປັນສາເຫດອັນໜຶ່ງ ທີ່ເຮັດໃຫ້ປະລິມານນໍ້າບໍ່ສ້າງລາຍຮັບສູງກວ່າມາດຖານທີ່ກຳນົດໄວ້ ແລະ ບໍ່ສາມາດຈະແກ້ໄຂບັນຫາໄດ້ທັນກັບເວລາ ເພາະຍັງຂາດລະບົບຄຸ້ມຄອງທີ່ທັນສະໄໝ ໂດຍສະເພາະແມ່ນຂໍ້ມູນຂ່າວສານຂອງລະບົບສາຍທໍ່ ການກຳນົດ ຕິດຕັ້ງໝໍ້ແທກນໍ້າແບ່ງເປັນເຂດ ຫຼື DMA ຂໍ້ມູນຂອງລູກຄ້າ ແລະ ການຄຸ້ມຄອງຂໍ້ມູນຂອງລະບົບໂຮງງານ ສະນັ້ນ ການຍົກລະດັບການຄຸ້ມຄອງຊັບສິນຄົງທີ່ ດ້ວຍການນໍາໃຊ້ລະບົບຂໍ້ມູນຂ່າວສານດ້ານພູມີສາດ (GIS) ເຂົ້າການຄຸ້ມຄອງ ແລະ ບໍລິຫານຈັດການ ຂໍ້ມູນຂ່າວສານຂອງລັດວິສາຫະກິດນໍ້າປະປາໃຫ້ມີຄວາມທັນໄໝ ແລະ ສອດຄ່ອງກັບສະພາບຕົວຈິ່ງໃນປັດຈຸບັນແມ່ນມີຄວາມຈຳເປັນ ໂດຍສະເພາະແມ່ນການຄຸ້ມຄອງ ແລະ ບໍລິຫານ ຈັດການຂໍ້ມູນ ລະບົບສາຍທໍ່ ລະບົບໂຮງງານເຊິ່ງເປັນປັດໄຈຫຼັກທີ່ຈະສາມາດຫຼຸດຜ່ອນນໍ້າບໍ່ສ້າງລາຍຮັບຂອງລັດວິສາຫະກິດນໍ້າປະປາ ແລະ ຈະສາມາດເພີ່ມລາຍຮັບ ຫຼຸດລາຍຈ່າຍຂອງລັດວິສາຫະກິດນໍ້າປະປາໄດ້ຢ່າງມະຫາສານ.
ຜ່ານການຈັດຕັ້ງປະຕິບັດໂຄງການຂອງໄລຍະທີ 1 ແຕ່ ປີ 2018-2022 ຢູ່ລັດວິສາຫະກິດນໍ້າປະປາແຂວງຫຼວງນໍ້າທາແມ່ນໄດ້ຮັບປະສິດພາບ ແລະ ປະສິດທິຜົນສູງ ສະນັ້ນໂຄງການຈຶ່ງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໂຄງການໄລຍະທີ 2 ແຕ່ປີ 2023 – 2026 ໃນປັດຈຸບັນກຳລັງຂະຫຍາຍການນໍາໃຊ້ການຄຸ້ມຄອງຊັບສິນຄົງທີ່ ດ້ວຍການນໍາໃຊ້ລະບົບຂໍ້ມູນຂ່າວສານດ້ານພູມີສາດ (GIS) ໃຫ້ທົ່ວທຸກໆແຂວງ ໃນ ສປປ ລາວ ນອກຈາກນີ້ຜູ້ເຂົ້າຮ່ວມກໍໄດ້ແລກປ່ຽນ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດໂຄງການໃນໄລຍະ 1 ປີ ຜ່ານມາ ເຜີຍແຜ່ກິດຈະກຳ ແລະ ຜົນໄດ້ຮັບຂອງໂຄງການເຮັດໃຫ້ລັດວິສາຫະກິດນໍ້າປະປາ ແລະ ພາກສ່ວນກ່ຽວຂ້ອງໄດ້ເຂົ້າໃຈ ກ່ຽວກັບການນໍາໃຊ້ລະບົບຂໍ້ມູນຂ່າວສານ ດ້ານພູມີສາດ (GIS) ເຂົ້າການຄຸ້ມຄອງ ແລະ ບໍລິຫານຈັດການວຽກງານນໍ້າປະປາ ແລະ ອື່ນໆ.
ທີ່ມາ: ວຽງຈັນໃໝ່