ໃນວັນທີ 13 ທັນວາ 2024 ທີ່ກະຊວງການຕ່າງປະເທດ, ຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງການຕ່າງ ປະເທດ ຈັດສໍາມະນາ ແລະ ເຜີຍແຜ່ເອກະສານ ລະນຶກວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ (25 ພະຈິກ 2024) ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ, ປະທານຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງການຕ່າງປະເທດ, ທ່ານ ນາງ ມະນີວອນ ຫລວງສົມບັດ ຫົວໜ້າຫ້ອງການ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ພ້ອມດ້ວຍຄະນະກົມ, ຄະນະແນກ ແລະ ພະນັກງານ-ລັດຖະກອນ ກະຊວງການຕ່າງປະເທດ ເຂົ້າຮ່ວມ.
ການສຳມະນາໃນຄັ້ງນີ້ ຈັດຂຶ້ນໃນທ່າມກາງບັນຍາກາດ ທີ່ຂະແໜງການຕ່າງໆ ພວມຈັດຕັ້ງຜັນຂະຫຍາຍວຽກງານຄວາມສະເໝີພາບຍິງ-ຊາຍ ແລະ ຕ້ານຄວາມຮຸນແຮງທຸກຮູບແບບ, ການຈໍາແນກຕໍ່ແມ່ຍິງ ໃນຂອບເຂດການເຄື່ອນໄຫວຊີວິດປະຈໍາວັນ ເພື່ອລະນຶກເຖິງວັນສຳຄັນຕ່າງໆ ໂດຍໄດ້ມີການນຳສະເໜີ ແລະ ເຜີຍແຜ່ເອກະສານ 2 ຫົວຂໍ້ຄື: ສະພາບຄວາມຮຸນແຮງ ແລະ ວຽກງານຕ້ານການສະກັດກັ້ນຕໍ່ແມ່ຍິງ ແລະ ກົດໝາຍ ວ່າດ້ວຍຄວາມສະເໝີພາບຍິງ-ຊາຍ ເພື່ອເປັນການໂຄສະນາເຜີຍແຜ່ ໃຫ້ພະນັກງານ-ລັດຖະກອນ ກະຊວງການຕ່າງປະເທດ ໃຫ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງຫລາຍຂຶ້ນ ຕໍ່ກັບບົດບາດໃນການປົກປ້ອງສິດທິຂອງແມ່ຍິງ ແລະ ຮູ້ວິທີປ້ອງກັນແກ້ໄຂຮ່ວມກັນ ເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງທຸກຮູບແບບ ໃຫ້ຫລຸດໜ້ອຍລົງ ຈົນກ້າວໄປເຖິງບໍ່ມີການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນອະນາຄົດ.





