ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄໍາມ່ວນ ປາຖະກະຖາ ສອງວັນສໍາຄັນປະຫວັດຂອງຊາດ

Dec 15, 2024

ວັນທີ 13 ທັນວາ 2024 ນີ້ ທີ່ສະໂມສອນແຂວງຄໍາມ່ວນ ໄດ້ຈັດປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 49 ປີ ( 2 ທັນວາ 1975 – 2 ທັນວາ 2024) ແລະ ວັນ ເກີດປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ (13 ທັນວາ 1920-13 ທັນວາ 2024) ໃຫ້ກຽດປາຖະກະຖາ ໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະ ການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ໂດຍມີ ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ພະແນກການ, ອົງການທຽບເທົ່າ, ຄະນະພັກ-ຄະນະບັນຊາການ ປກຊ-ປກສ ແລະ ອະດີດການນໍາແຂວງ ເຂົ້າຮ່ວມຮັບຟັງ.
ໂອກາດດັ່ງກ່າວ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ເລົ່າຄືນມູນເຊື້ອຄວາມໝາຍຄວາມສໍາຄັນຂອງ ວັນຊາດທີ 2 ທັນວາ ຄົບຮອບ 49 ປີໂດຍຍົກໃຫ້ເຫັນມູນເຊື້ອທີ່ສະຫງ່າ, ອົງອາດແຫ່ງການຕໍ່ສູ້ຕ້ານການຮຸກຮານ ຂອງສັດຕູຈາກພາຍນອກ ເປັນເວລາອັນຍືດເຍື້ອຍາວນານ, ຈິງສາມາດຍາດເອົາໄຊຊະນະມາໄດ້, ວັນທີ 2 ທັນວາ 1975 ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ ຂອງຊາດລາວເຮົາ ພາຍໃຕ້ການນຳພາ-ຊີ້ນຳຂອງພັກປະຊາຊົນປະຕິວັດລາວ; ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ; ທັງເປັນວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວ, ໄຊຊະນະດັ່ງກ່າວພວກເຮົາຍາດມາໄດ້ດ້ວຍສອງມືເປົາເລີ່ມຕົ້ນຈາກສູນ, ພວກເຮົາຍັງຄົງຕົວຢູ່ໄດ້ ແລະ ຂະຫຍາຍຕົວມາຮອດມື້ນີ້ ດັ່ງນັ້ນພວກເຮົາຕ້ອງເອກອ້າງທະນົງໃຈທີ່ມີ ພັກນໍາພາ ແຕ່ໃນເວລາດຽວກັນນັ້ນ ພວກເຮົາກໍ່ມີຂໍ້ຂາດຕົກບົກຜ່ອງບໍ່ໜ້ອຍ ພວກເຮົາຕ້ອງຕື່ນຕົວເປັນເຈົ້າການສະຫຼຸບຖອດຖອນບົດຮຽນ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອດັ່ງກ່າວໃຫ້ເຂັ້ມແຂງ.
ພ້ອມນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ປາຖະກະຖາ ວັນເກີດປະ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ເພື່ອສືບທອດພາລະກິດ ແລະ ມູນເຊື້ອປະຕິ ວັດ, ນໍ້າໃຈຮັກຊາດອັນດູດດື່ມ, ຈິດໃຈປະຕິວັດສຸດກົກສຸດປາຍຕໍ່ແຜ່ນດິນລາວໃນການດຳເນີນການຕໍ່ສູ້ປົດປ່ອຍຊາດ ແລະ ຄວາມຈົ່ງຮັກພັກດີຢ່າງເດັດຂາດຕໍ່ພັກ ເຊິ່ງປະທານ ໄກສອນ ພົມວິຫານ ເພິ່ນເປັນຜູ້ສ້າງຕັ້ງກໍາລັງປະກອບອາວຸດ, ຜູ້ນໍາສ້າງຕັ້ງພັກ, ຜູ້ນໍາພາສະຖາປະນາ ສປປ ລາວ ແລະ ລິເລີ່ມພາລະກິດປ່ຽນແປງໃໝ່ຮອບດ້ານ. ພວກເຮົາຈົ່ງໄດ້ສຶກສາຄົ້ນຄວ້າຮໍ່າຮຽນເອົາແນວຄິດຄຸນສົມບັດບັດສິນທໍາປະຕິວັດ ແບບແຜນການເຄື່ອນໄຫວນໍາພາ ແລະ ການດໍາລົງຊີວິດຂອງ ປະທານ ໄກສອນ ພົມວິຫານ ນໍາໄປຈັດຕັ້ງປະຕິບັດ ເພື່ອກາຍເປັນກໍາລັງແຮງປະກອບສ່ວນໃນການສ້າງສາພັດທະນາປະເທດຊາດ ກໍ່ຄືພັດທະນາແຂວງຄໍາມ່ວນໃຫ້ມີຄວາມຈະເລີນສົມບູນຂື້ນໄປເລື້ອຍໆ. ທັງນີ້ກໍ່ເປັນການເພີ່ມພູນຄູນສ້າງມູນເຊື້ອອັນຈົບງາມຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ.