ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສິນຄ້າໂອດອັບ ທີ່ກໍາລັງໄດ້ຮັບການຊຸກຍູ້ສົ່ງເສີມຢູ່ແຂວງຜົ້ງສາລີ

Dec 15, 2024

ຜະລິດຕະພັນໝາກຂາມປ້ອມອົບແຫ້ງ ແກ້ວສະຫວັນ ຫລື KSV ຢູ່ແຂວງຜົ້ງສາລີເປັນຜະ ລິດຕະພັນໜຶ່ງທີ່ໄດ້ຮັບຄວາມ ນິຍົມຈາກສັງຄົມທັງພາຍໃນ ແລະ ຕ່າງປະເທດ ຈົນເຮັດໃຫ້ຜະ ລິດຕະພັນຈາກໂຮງງານໄດ້ຮັບເຄື່ອງໝາຍການຄ້າຈາກພະແນກອຸດສາຫະກໍາ ແລະ ການຄ້າແຂວງກໍ່ຄືກະຊວງອຸດສາຫະກໍາ ແລະ ການຄ້າຂອງລາວ
ທ່ານ ນາງ ທອງສະຫວັນ ຄໍາສະຫວັນ ທີ່ປຶກສາໂຮງງານໝາກຂາມປ້ອມອົບແຫ້ງ ແກ້ວສະຫວັນ ຫລື KSV ແຂວງຜົ້ງສາລີໃຫ້ສໍາພາດວ່າ: ຕາງໜ້າໂຮງງານໝາກຂາມປ້ອມອົບແຫ້ງ ແກ້ວສະ ຫວັນ ເປັນວິສາຫະກິດສ່ວນບຸກຄົນມີຄວາມພາກພູມໃຈທີ່ມາຮ່ວມງານເທດສະການອາຫານເຜົ່າ ແລະ ດື່ມນ້ຳຊາຕິດພັນກັບການສະເຫລີມສະຫລອງປີທ່ອງທ່ຽວລາວ 2024 ແຂວງຜົ້ງສາລີ ແລະ ງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດ ລາວ-ຫວຽດ-ຈີນ ຄັ້ງທີ່ 8 ທີ່ແຂວງຜົ້ງສາລີເປັນເຈົ້າພາບຈັດຂຶ້ນໃນລະຫວ່າງວັນທີ 11 ຫາ ວັນທີ 14 ທັນວາ 2024 ທີ່ເດີ່ນຜາມໄຊຂອງແຂວງ, ໄລຍະຜ່ານມາ ໂຮງງານໝາກຂາມປ້ອມອົບແຫ້ງ ແກ້ວສະ ຫວັນໄດ້ນໍາເອົາຜະລິດ ຕະພັນໄປປະກອບສ່ວນວາງສະແດງນອກຈາກຢູ່ພາຍໃນແຂວງຜົ້ງສາລີແລ້ວ,ຍັງມີງານສໍາຄັນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດຫລາຍຄັ້ງ ເປັນຕົ້ນ: ງານຕະຫລາດນັດຜະລິດຕະພັນສິນຄ້າລາວ, ງານຕະຫລາດນັດສິນຄ້າກະສິກໍາທີ່ຈັດຢູ່ສູນການຄ້າລາວ-ໄອເຕັກ, ງານນະມັດສະ ການພະທາດຫລວງວຽງຈັນ ແລະ ງານອື່ນໆ.ນອກນີ້ ຍັງໄດ້ໄປວາງສະແດງຢູ່ຫວຽດນາມ,ຈີນຕື່ມອີກ.
ທ່ານ ນາງ ທອງສະຫວັນ ຄໍາສະຫວັນ ໃຫ້ຮູ້ຕື່ມວ່າ: ປັດຈຸບັນໂຮງງານໝາກຂາມ ປ້ອມອົບແຫ້ງ ແກ້ວສະຫວັນມີຫລາຍຜະລິດ ຕະພັນ ເປັນຕົ້ນ: ໝາກຂາມປ່ອມອົບແຫ້ງມີ 3 ລົດຊາດຄື ລົດທຳມະຊາດ,ນ້ຳເຜີ້ງ ແລະ ລົດເກືອ; ຊາໝາກຂາມປ້ອມມີ 2 ລົດ ຊາດ ຄື: ລົດທຳມະຊາດ, ລົດສະໝຸນໄພ; ວາຍໝາກຂາມປ້ອມມີ 2 ລົດ ຄື: ລົດທຳມະຊາດ, ລົດນ້ຳເຜີ້ງ; ວາຍໝາກໄມ້ລວມທີ່ເຮັດດ້ວຍໝາກໄມ້ 9 ຊະນິດ ແລະ ວາຍໝາກເລີ້ງ.ນອກນີ້ ຍັງມີເຫຼົ້າໝາກຂາມປ້ອມ, ເຫຼົ້າໝາກເລີ້ງ, ເຫຼົ້າເຄື້ອເຄົາຮໍ, ຊາຫອມເຂົ້າໃໝ່ ແລະ ເຫຼົ້າບ່າກາ ເຊິ່ງເປັນສິນຄ້າທີ່ນິຍົມຂອງລູກຄ້າ ເໝາະແກ່ການຊື້ໄປເປັນເຄື່ອງຕ້ອນຂອງຝາກ, ລາຄາບໍ່ແພງ ແລະ ໃນອະນາ ຄົດຈະມີການພັດທະນາຜະລິດຕະພັນໃໝ່ໆພ້ອມທັງອອກແບບຫຸ້ມຫໍ່ຫລາຍຮູບແບບໃຫ້ມີຄວາມສວຍງາມ ເພື່ອດຶງດູດລູກຄ້າໃຫ້ມາຊົມໃຊ້ຜະລິດຕະພັນຂອງຄົນລາວ ຊຶ່ງເປັນສິນຄ້າດີມີຄຸນນະພາບໃຫ້ຫຼາຍຂຶ້ນ. ປັດຈຸບັນ ໂຮງງານໝາກຂາມປ້ອມອົບແຫ້ງ ແກ້ວສະຫວັນມີບ່ອນຈໍາໜ່າຍຢູ່ 2 ສາຂາ ຄື: ສາຂາໜຶ່ງຈໍາໜ່າຍຢູ່ບ້ານແສນສາລີເມືອງຜົ້ງສາລີ ແລະ ສາຂາສອງຈໍາໜ່າຍຢູ່ເຂດມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ.
ຂ່າວ: ບຸນຍັງ ພຸດສະຫວັດ