ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລົງນາມສັນຍາເງິນກູ້ ແລະ ສັນຍາເງິນຊ່ວຍເຫຼືອ 4 ໂຄງການ

Dec 15, 2024

ພິທີເຊັນສັນຍາເງິນກູ້ ແລະ ສັນຍາເງິນຊ່ວຍເຫຼືອລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ທະນາຄານພັດທະນາອາຊີ (ADB) ສຳລັບ 4 ໂຄງການຄື: 1. ໂຄງການສ້າງຄວາມເຂັ້ມແຂງດ້ານການປັບປຸງຕົວ ແລະ ຫຼຸດຜ່ອນຄວາມທຸກຍາກໃນເຂດຊົນ ນະບົດ; 2. ໂຄງການປັບປຸງການຄວບຄຸມພະຍາດສັດ ແລະ ການ ລ້ຽງສັດເປັນສິນຄ້າຕາມແລວຊາຍແດນ; 3. ໂຄງການປັບປຸງຂະແໜງນໍ້າປະປາ ແລະ ສຸຂະພິບານ; 4. ໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະ ໄໝ ໄດ້ຈັດຂຶ້ນໃນວັນທີ 12 ທັນວາ 2024 ທີ່ນະຄອນຫຼວງວຽງຈັນ.
ຮ່ວມລົງນາມໃນຄັ້ງນີ້, ຕາງໜ້າລັດລະຖະບານ ແຫ່ງ ສປປ ລາວ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ຕາງໜ້າທະນາຄານພັດທະນາອາຊີ ທ່ານນາງ ແຊນນີ ແຄມເບລ ຫົວໜ້າຫ້ອງການ ADB ປະຈໍາ ສປປ ລາວ, ໂດຍມີທ່ານ ລັນ ແສງອາພອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນ ສົ່ງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ການລົງນາມ 4 ໂຄງການໃນຄັ້ງນີ້, ມີທັງໝົດ 16 ສະບັບ. ໃນນັ້ນ:
– ໂຄງການທີ 1 ທະນາຄານພັດທະນາອາຊີ ໄດ້ອະນຸມັດທຶນມູນຄ່າ 32 ລ້ານໂດລາ ແລະ ທຶນຊ່ວຍເຫຼືອມູນຄ່າ 6 ລ້ານໂດລາ ຈາກກອງທຶນພັດທະນາອາຊີ ເພື່ອຊ່ວຍຫຼຸດຜ່ອນຄວາມ ທຸກຍາກ ແລະ ຄວາມບໍ່ໝັ້ນຄົງທາງດ້ານສະບຽງອາຫານ ເສີມ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ສ້າງຄວາມເຂັ້ມແຂງດ້ານການປັບຕົວທ່າມກາງຄວາມສ່ຽງດ້ານສຸຂະພາບ, ເສດຖະກິດ ແລະ ສະພາບອາກາດທີ່ມີເພີ່ມຂຶ້ນໃນ ສປປ ລາວ
– ໂຄງການທີ 2 ທະນາຄານພັດທະນາອາຊີ ໄດ້ອະນຸມັດທຶນມູນຄ່າ 42.9 ລ້ານໂດລາ ແລະ ທຶນຊ່ວຍເຫຼືອມູນຄ່າ 12 ລ້ານໂດລາ ຈາກກອງທຶນພັດທະນາອາຊີ ເພື່ອຊຸກຍູ້ການຄວບຄຸມພະຍາດສັດ ເສີມ ຂະຫຍາຍລະບົບຕ້ອງໂສ້ມູນຄ່າ ແລະ ເພີ່ມທະວີການລ້ຽງສັດເປັນສິນຄ້າຕາມແລວຊາຍແດນ ເພື່ອຊຸກຍູ້ການເຕີບໂຕຢ່າງທົ່ວເຖິງ ຢູ່ ສປປ ລາວ.
– ໂຄງການທີ 3 ທະນາຄານພັດທະນາອາຊີ ໄດ້ອະນຸມັດທຶນມູນ ຄ່າ 50.3 ລ້ານໂດລາ ເພື່ອສະໜັບສະໜູນການບໍລິການສະໜອງນໍ້າປະປາທີ່ປອດໄພ, ເຊື່ອຖືໄດ້, ລາຄາສາມາດຮັບໄດ້ ແລະ ສາ ມາດປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການບໍລິການດ້ານສຸຂະພິບານໃນທົ່ວ ສປປ ລາວ.
– ໂຄງການທີ 4 ທະນາຄານພັດທະນາອາຊີ ໄດ້ອະນຸມັດທຶນມູນຄ່າ 25 ລ້ານໂດລາ ເພື່ອສະໜັບສະໜູນການເພີ່ມລາຍຮັບພາຍໃນປະເທດຂອງລັດຖະບານ ແລະ ການເພີ່ມທະວີຄວາມໂປ່ງໃສພ້ອມທັງປະສິດທິຜົນຂອງການຄຸ້ມຄອງສ່ວຍສາອາກອນ ແລະ ການບໍລິການຜູ້ເສຍອາກອນ.
ຂ່າວ-ພາບ: ວັນເພັງ