ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII

Dec 15, 2024

ງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ໄຂຂຶ້ນຢ່າງເປັນທາງການໃນວັນທີ 13 ທັນວາ 2024 ທີ່ສະໜາມກິລາເເຫ່ງໃໝ່ຂອງແຂວງສາລະວັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ກ່າວໄຂງານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.
ງານແຂ່ງຂັນກິລາຄັ້ງນີ້ ຈັດຂຶ້ນ ໃນທ່າມກາງບັນຍາກາດທີ່ທົ່ວພັກ ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດພວມເບີກບານມ່ວນຊື່ນ ຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ເບີກບານມ່ວນຊື່ນສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ, ວັນເກີດປະທານໄກ ສອນ ພົມວິຫານ ວັນທີ 13 ທັນວາ ຄົບຮອບ 104 ປີ ແລະ ກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 76 ປີ ແລະ ວັນສຳຄັນຕ່າງໆຂອງຊາດ ໂດຍມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 2.595 ຄົນ, ຄະນະນຳ 93 ທ່ານ, ກອງເລຂາ ແລະ ເຈົ້າໜ້າທີ່ຕິດຕາມ 198 ຄົນ, ຄູຝຶກ 434 ຄົນ, ຄະນະສະຫະພັນ 168 ຄົນ ແລະ ອື່ນໆ ລວມແລ້ວ 4.023 ຄົນ. ແຂ່ງຂັນກັນ 12 ປະ ເພດກິລາ ຄື: ກິລາແລ່ນ-ລານ, ບານເຕະ, ບານບ້ວງ, ບານສົ່ງໃນຮົ່ມ-ຫາດຊາຍ, ກະຕໍ້, ດອກປີກໄກ່, ປິ່ງປ່ອງ, ເປຕັງ, ໝາກແລ້, ໜ້າເກັກ, ເທຄວັນໂດ ແລະ ກິລາໝາກເສິກ, ຊີງໄຊກັນທັງໝົດ 452 ຫຼຽນ ໃນນີ້ແບ່ງເປັນ 134 ຫຼຽນຄໍາ, 134 ຫຼຽນເງິນ ແລະ 184 ຫຼຽນທອງ.
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດກ່າວໄຂງານຢ່າງເປັນທາງການ ວ່າ: ການຈັດງານກິລາຄັ້ງນີ້ ມີຈຸດປະສົງເພື່ອຊຸກຍູ້ສົ່ງເສີມການຮຽນ-ການສອນວິຊາພະລະ ສຶກສາ ແລະ ກິລາໃນໂຮງຮຽນ ທັງເປັນເງື່ອນໄຂສ້າງຄວາມສົນໃຈໃຫ້ນັກຮຽນມັດທະຍົມສຶກສາ ເກີດແນວຄິດສະຫງວນມັກຮັກໃນການຫຼິ້ນກິລາໃຫ້ເປັນຂະບວນການຟົດຟື້ນ, ກວ້າງຂວາງ ແລະ ເປັນການພັດທະນາຊັບພະຍາກອນມະ ນຸດ ແນໃສ່ເຮັດໃຫ້ຄົນຮຸ່ນໃໝ່ມີການພັດທະນາທາງດ້ານຮ່າງກາຍ ແລະ ສະຕິປັນ ຍາ, ຝຶກໃຫ້ນັກຮຽນມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ມີຄຸນສົມບັດ, ມີຄວາມສາມັກຄີ-ມິີດຕະພາບ ແລະ ມີສຸຂະພາບແຂງແຮງ.
ໃນພິທີໄຂງານກິລາຄັ້ງນີ້, ແຂວງສາລະວັນ ເຈົ້າພາບ ໄດ້ຈັດການສະແດງສິລະປະ-ວັນນະຄະດີ 4 ລາຍການ ຄື: ວິຖີຖິ່ນດິນແດນສາລະວັນ 2. ສຽງແຄນແດນສາລະວັນ, 3. ຊາວໜຸ່ມຮ່ວມພະລັງ ແລະ 4. ສາລະວັນຍິນດິ ຕ້ອນຮັບ ກ່ອນຈະອັດທ້າຍດ້ວຍການຈຸດບັ້ງໄຟດອກຢ່າງສວຍງາມ ແລະ ເຕັມໄປດ້ວຍບັນຍາກາດອັນຟົດຟື້ນມ່ວນ ຊື່ນຂອງບັນດາແຂກ ແລະ ມວນຊົນຊາວສາລະວັນເຈົ້າພາບ ທີ່ເຂົ້າຮ່ວມ.
ສໍາລັບງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ຈະດໍາເນີນໄປຮອດວັນທີ 22 ທັນວາ 2024 ຈິ່ງຈະສໍາເລັດ.
ຂໍ້ມູນຂ່າວ: ເດດອາລຸນ
อาจเป็นรูปภาพของ เล่นกีฬาลู่และลาน
อาจเป็นรูปภาพของ ดอกไม้ไฟ
อาจเป็นรูปภาพของ ดอกไม้ไฟ