ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຝິກອົບຮົມການເປັນວິທະຍາກອນ

Dec 15, 2024

ພະນັກງານຈາກສະພາແຫ່ງຊາດ (ສພຊ), ສະພາປະຊາຊົນແຂວງ (ສພຂ) ຄື: ແຂວງວຽງຈັນ, ບໍລິຄໍາໄຊ ແລະ ໄຊສົມບູນ ຫລາຍກວ່າ 50 ຄົນ ໄດ້ຮັບການເຝິກອົບ ຮົມການເປັນວິທະຍາກອນໃນລະຫວ່າງວັນທີ 13-16 ທັນວາ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ ເພື່ອພັດທະນາວິທະຍາກອນຂອງ ສພຊ ແລະ ສພຂ ໃຫ້ເປັນເອກະ ພາບລວມສູນ ແລະ ລົງເລິກສະເພາະດ້ານ ທັງຮັບປະກັນດ້ານເນື້ອໃນຫົວຂໍ້ຫຼັກສູດ, ຄູ່ມືການສອນຢ່າງມີຈຸດສຸມ, ຍົກສູງປະສິດທິພາບ ແລະ ປະສິດທິຜົນໃນການສະເໜີ, ອະທິບາຍເນື້ອໃນບົດຮຽນ ແລະ ການຄົ້ນຄວ້າເອກະສານໃຫ້ດີກວ່າເກົ່າ.
ທ່ານ ຈະເລີນ ເຍຍປາວເຮີ ມີຄຳເຫັນກ່າວເປີດກອງປະຊູມວ່າ: ການເຝິກອົບຮົມຄັ້ງນີ້ ເປັນການຈັດຕັ້ງປະຕິບັດແຜນການຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາ ຊົນຂັ້ນແຂວງ ແລະ ພະນັກງານທີ່ເປັນເສ ນາທິການ ໄລຍະປີ 2024-2025 ໃຫ້ສຳເລັດ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ສະ ພາແຫ່ງຊາດ ແລະ ສະພາປະຊານຂັ້ນແຂວງ ໃນຖານະເປັນອົງການຕົວແທນໃຫ້ແກ່ສິດ ແລະ ຜົນປະ ໂຫຍດຂອງປະຊາຊົນບັນດາເຜົ່າ ໃຫ້ນັບມື້ນັບດີຍິ່ງຂຶ້ນ.
ການເຝິກອົບຮົມຄັ້ງນີ້ ສໍາມະນາກອນໄດ້ຮັບຟັງການສະເໜີ ແລະ ແລກປ່ຽນຄວາມເຫັນຕໍ່ການສ້າງຄວາມເຊື່ອໝັ້ນສຳຫຼັບວິທະຍາກອນ ແລະ ປາຖະກະຖາ, ບົດ ບາດການເປັນວິທະຍາກອນ, ແລະ ການສ້າງແຜນການສອນ-ການກະກຽມບົດນຳສະເໜີ; ບັນດາສຳມະນາກອນໄດ້ເອົາໃຈໃສ່ຕິດຕາມຮັບຟັງການສະເໜີ, ຄົ້ນຄວ້າ, ແລກປ່ຽນຄຳເຫັນຕໍ່ເນື້ອໃນຫົວຂໍ້ຕ່າງໆທີ່ວິທະຍາກອນນຳມາສະເໜີ ເພື່ອສາມາດເປັນວິທະຍາກອນທີ່ມີຄຸນນະພາບສູງຂຶ້ນ ແລະ ທົດລອງເປັນວິທະຍາກອນຕົວຈິງ.
ຂ່າວ: ສອນສັກ ວັນວິໄຊ