ອົງການປົກຄອງເມືອງເຟືອງ ພ້ອມດ້ວຍພະນັກງານສະມາຊິກພັກ, ທະຫານ-ຕຳຫລວດ, ພໍ່ແມ່ປະຊາຊົນບັນດາເຜົ່າເມືອງເຟືອງ ແຂວງວຽງຈັນ ຈັດພິທີອັນເຊີນຮູບປັ້ນຫລໍ່ ປະທານໄກສອນ ພົມວິຫານ ຂຶ້ນປະດິດສະຖານ ໄວ້ທີ່ຫໍອະນຸສອນສະຖານຫລັງໃໝ່ ພາຍຫລັງທີ່ກໍ່ສ້າງສຳເລັດ ໃນວັນທີ 13 ທັນວາ 2024 ເນື່ອງໃນໂອກາດ ວັນເກີດ ຂອງປະທານ ຄົບຮອບ 104 ປີ ແລະ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ ເພື່ອເປັນບ່ອນເຄົາລົບ, ສັກກະລະບູຊາ ແລະ ເແນບ່ອນປະຕິຍານຕົນໃນພິທີສຳຄັນຕ່າງໆຂອງພັກຂອງຊາດ.
ການອັນເຊີນ ແລະແຫ່ຮູບປັ້ນປະທານ ໄກສອນ ພົມວິຫານ ບັນພະບູລຸດຂອງຊາດລາວ, ໄປປະດິດສະຖານ ຢູ່ອະນຸສອນສະ ຖານແຫ່ງໃໝ່ໃນຂ້າງສະໂມສອນ ຄັ້ງນີ້ເນື່ອງຈາກໄລຍະທີ່ຜ່ານມາ ຮູບປັ້ນປະທານໄກສອນ ພົມວິຫານ ແມ່ນໄດ້ປະດິດສະຖານຢູ່ເດີ່ນໃກ້ກັບຫ້ອງວ່າການຫລັງເກົ່າ, ແຕ່ປັດຈຸບັນ ໄດ້ຍົກຍ້າຍສໍານັກງານຫ້ອງການວ່າການປົກຄອງເມືອງມາຢູ່ບ່ອນໃໝ່ໃນທີ່ນີ້ ແລະ ອີງໃສ່ສະພາບການພັດທະນາໃນປັດຈຸບັນ.
ສະນັ້ນ, ເພື່ອຄວາມສະດວກໃນການບູລະນະຮັກສາ ແລະ ພາຍຫລັງການກໍ່ສ້າງສຳເລັດ, ຈຶ່ງໄດ້ອັນເຊີນໄປປະດິດສະຖານໄວ້ທີ່ອະນຸສອນສະຖານຫລັງໃໝ່ໃຫ້ສົມກຽດ. ທັງນີ້ກໍເພື່ອເປັນ ການລະນຶກເຖິງວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 104 ປີ ທັງເປັນການສ້າງຂະບວນການອັນຍິ່ງໃຫຍ່ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງເຟືອງຄັ້ງທີ VIII, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນຄັ້ງ VII ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ໃຫ້ມີບັນຍາກາດຟົດຟື້ນ.
ທີ່ມາ: ຂ່າວແຂວງວຽງຈັນ






