ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຂດເສດຖະກິດພິເສດສາມຫລ່ຽມຄໍາ ດຶງດູດການລົງທຶນນັບມື້ເພີ່ມຂຶ້ນ.

Dec 15, 2024

ທ່ານ ຄຳສະແຫວງ ວິໄລພົງ ຮອງຫົວໜ້າອົງການຄະນະຄຸ້ມຄອງບໍລິຫານເຂດເສດຖະກິດພິເສດສາມ ຫລ່ຽມຄໍາ ໄດ້ໃຫ້ຮູ້ໃນໂອກາດສະມາຊິກມີເດຍລາວ ທັງ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໄດ້ໄປຢ້ຽມຢາມ ເຂດເສດຖະກິດພິເສດສາມຫຼ່ຽມຄໍາຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນຕອນບ່າຍວັນທີ 11 ທັນວາ 2024 ນີ້ ວ່າ:
ການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ມາຮອດປັດຈຸບັນ, ຄາດຄະເນມີການລົງທຶນທັງໝົດປະມານ 5.000 ລ້ານກວ່າໂດລາສະຫະ ລັດ. ໃນນັ້ນ, ຜູ້ພັດທະນາ ກໍຄື ກຸ່ມບໍລິສັດ ດອກງິ້ວຄໍາ ຈໍາກັດ ປະມານ 3.000 ລ້ານກວ່າໂດລາສະຫະລັດ, ການລົງທຶນຂອງລັດຖະບານມີ 2 ໂຄງການຄື: ໂຄງການກໍ່ສ້າງທາງເບຕົງແຕ່ບ້ານນໍ້າເກິ່ງໃໝ່ ຫາ ບ້ານມອມ ໄລຍະ 46,6 ກິໂລແມັດ ແລະ ໂຄງການຕ້ານຕະຝັງເຈື່ອນແຄມຂອງ ໄລຍະ 7 ກິໂລແມັດ ເຊິ່ງມີມູນຄ່າລວມ 65 ລ້ານໂດລາສະຫະລັດ, ນອກນັ້ນ ແມ່ນການລົງທຶນຂອງນັກລົງທຶນອື່ນໆ ແລະ ຜູ້ປະກອບການທຸລະກິດລາຍຍ່ອຍ.
ທ່ານ ຄຳສະແຫວງ ວິໄລພົງ ຍັງໃຫ້ຮູ້ອີກວ່າ: ບັນດາໂຄງການ ແລະ ກິດຈະການໃນຊຸມປີຕໍ່ໜ້າ ມີຄື: ໂຄງການກໍ່ສ້າງອາຄານດ່ານສາກົນຫລັງໃໝ່ ເຊິ່ງໄດ້ສໍາເລັດ ແລະ ຈະເປີດນໍາໃຊ້ໃນໄວໆນີ້, ການລົງທຶນກໍ່ສ້າງໂຮງໝໍຂະໜາດໃຫຍ່ 17 ຊັ້ນ ມີ 500 ກວ່າຕຽງ, ປັດຈຸບັນສໍາເລັດປະມານ 30%, ໂຄງການກໍ່ສ້າງໂຮງຮຽນຊັ້ນອະນຸບານ ແລະ ສາມັນສຶກສາພາກຂະຫຍາຍສໍາເລັດປະມານ 50%, ການຂະຫຍາຍລະບົບຕາ ໜ່າງໄຟຟ້າ, ນໍ້າປະປາ, ຫົນທາງ, ການຂົນສົ່ງ, ສວນສາທາລະນະ ແລະ ຖະໜົນແຄມຂອງ, ໂຮງແຮມລະດັບ 5 ດາວ 3 ແຫ່ງ ແລະ ລະດັບ 4 ດາວຈໍານວນໜຶ່ງ, ຕະຫລາດ ວັດທະນະທໍາ ແລະ ອາພາດເມັນ, ເຮືອນວິນລ້າ, ສວນພຶກສາ, ສວນສັດ, ສະໜາມກ໊ອຟເທິງພູ ຂະໜາດ 36 ຂຸມ, ໂຄງການກໍ່ສ້າງພະເຈົ້າໃຫຍ່, ວັດ ແລະ ຫໍພິພິທະ ພັນ, ການບໍລິການທ່ອງທ່ຽວ ຕາມລໍານໍ້າຂອງ, ໂຮງງານອຸດສາຫະກໍາເບົາ, ໂຮງງານປຸງແຕ່ງຜະລິດຕະພັນກະສິກໍາ ແລະ ໂຄງການ ກະສິກໍາອື່ນໆ, ປັດຈຸບັນກໍ່ມີນັກລົງ ທຶນໄດ້ລົງທຶນສ້າງຟາມໄກ່ຂະໜາດໃຫຍ່.
ນັບແຕ່ ປີ 2007 ເປັນຕົ້ນມາ ໄດ້ດຶງດູດນັກລົງທຶນມາຂຶ້ນທະບຽນວິສາຫະກິດ, ມາຮອດປັດຈຸບັນ, ມີຫົວໜ່ວຍທຸລະກິດທີ່ຍັງເຄື່ອນໄຫວທັງໝົດ 2.459 ຫົວໜ່ວຍ, ມີທຶນຈົດທະບຽນ 1.435 ລ້ານ ໂດລາສະຫາລັດ. ໃນນີ້, ບໍລິສັດ 331 ບໍລິສັດ ແລະ ຈຸນລະວິສາຫະກິດມີ 2.128 ຫົວໜ່ວຍ.