ພິທີເປີດງານ “ຫຼວງພະບາງງາມແທ້ໂອ້” ຄັ້ງທີ II ລາດຊ່າງຄ້ອງ ໃນຫົວຂໍ້: ວິຖີເຂົ້າວິຖີຫຼວງພະບາງ ຢູ່ທີ່ນະຄອນຫຼວງພະບາງ ໃນວັນທີ່ 14 ທັນວາ 2024 ໂດຍມີ ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫລວງພະບາງ ພ້ອມດ້ວຍແຂກຮັບເຊີນຈາກສູນກາງ, ແຂວງ ແລະນັກທ່ອງທ່ຽວເຂົ້າຮ່ວມ.
ທ່ານ ນາງ ສີລິພອນ ສຸພັນທອງ ກ່າວເປີດງານວ່າ: ການຈັດ ງານຄັ້ງນີ້ ແມ່ນກິດ ຈະກຳທີ່ມີຄວາມໝາຍສຳຄັນຕໍ່ກັບວຽກງານໂຄສະນາດຶງດູດການທ່ອງທ່ຽວເປັນຢ່າງດີ, ສາມາດເຮັດໃຫ້ມວນ ຊົນທີ່ເຂົ້າຮ່ວມໄດ້ຮຽນຮູ້ຄວາມໝາຍສຳຄັນໃນການປົກປັກຮັກ ສາ ແລະສົ່ງເສີມວິຖີຊີວິດ, ວັດທະນະທຳ ແລະ ຮີດຄອງປະເພນີອັນເປັນເອກະລັກຂອງຊາວຫຼວງພະບາງ ເມືອງມໍຣະດົກໂລກ ໃຫ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວ ທີ່ໜ້າສົນໃຈຂອງນັກທ່ອງທ່ຽວຢູ່ໃນທົ່ວທຸກມຸມໂລກ.
ພ້ອມນີ້, ຍັງເປັນການສົ່ງເສີມການຜະລິດ ທີ່ເປັນຜະລິດຕະ ພັນສິນຄ້າຫັດຖະກໍາ, ກະສິກໍາ ແລະ ຄວາມເປັນເອກະລັກຂອງຊາວຫຼວງພະບາງ; ຢູ່ໃນງານ ຍັງໄດ້ສໍາຜັດກັບການຊີມບັນດາລາຍ ການອາຫານ ທີ່ຜະລິດຈາກເຂົ້າ, ການສາທິດ ຂັ້ນຕອນ ແລະ ຂະບວນການໃນການປຸງແຕ່ງອາຫານຫຼວງພະບາງ ເຊັ່ນ: ເຂົ້າຮາງ, ເຂົ້າໜົມປຽກປູນ, ເຂົ້າປຸ້ນ, ເຂົ້າປາດ, ເຂົ້າໂຄບ, ເຂົ້າຈີ່, ເຂົ້າຂຽບ ແລະເຄື່ອງດື່ມຕ່າງໆ, ຊົມການສະແດງສິລະປະວັນນະຄະດີ, ບົດຟ້ອນ, ຂັບລຳພື້ນບ້ານ, ການນຸ່ງຖື, ການວາງສະແດງສິນຄ້າຫັດ ຖະກໍາປະເພດຕ່າງໆ ເພື່ອຮຽນຮູ້ ແລະ ສົ່ງເສີມການ ທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ.
ທ່ານກ່າວຕື່ມວ່າ: ການຈັດງານຄັ້ງນີ້ ເພື່ອປົກປັກຮັກສາ, ສົ່ງ ເສີມ, ຟື້ນຟູ ແລະສືບທອດສິ່ງທີ່ເປັນມໍຣະດົກທາງດ້ານ ວັດທະ ນະທໍາດ້ານອາຫານການກິນ ທີ່ປຸງແຕ່ງມາຈາກ “ເຂົ້າ” ເຊິ່ງເປັນອາ ຫານຫຼັກ ແລະອາຫານທ້ອງຖິ່ນຂອງຄົນລາວເຮົານັບແຕ່ອະດີດມາເຖິງປັດຈຸບັນ ດ້ວຍການນຳມາຜະລິດ, ປຸງແຕ່ງ ແລະແປຮູບເປັນຫຼາຍຮູບ ແບບ ແລະເປັນການສະທ້ອນ ໃຫ້ເຫັນຄວາມເປັນເອກະລັກສະເພາະ ທີ່ຍັງຄົງຮັກສາໄວ້ຈົນມາຮອດປັດຈຸບັນນີ້ ແລະເປັນງານ ຈັດຂຶ້ນໃນໂອກາດການສະເຫຼີມສະຫຼອງປີທ່ອງທ່ຽວລາວ ປີ 2024; ຫຼວງພະບາງເຂົ້າເປັນເມືອງມໍຣະດົກໂລກຄົບ ຮອບ 29 ປີ ແລະຫຼວງພະບາງໄດ້ຮັບລາງວັນ ອັນຊົງກຽດ ໜຶ່ງ ຮ້ອຍເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຍືນຍົງຂອງໂລກ ປີ 2024 ຈາກອົງການຈຸດໝາຍປາຍທາງການທ່ອງທ່ຽວສີຂຽວ, ທີ່ຮັບຮອງໂດຍສະພາການທ່ອງທ່ຽວແບບຍືນຍົງໂລກ.








