(14.12.24) ກອງປະຊຸມເຕັກນິກ ການແຂ່ງຂັນບານເຕະ ຊີງແຊ້ມອາຊຽນ ມີດຊູບີຊີ ເອເລັກຕິກ 2024 ASEAN MITSUBISHI ELECTRIC CUP™ 2024 ຈັດຂຶ້ນຢູ່ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ., ນະຄອນຫລວງວຽງຈັນ, ເຊິ່ງຈະເປັນການແຂ່ງຂັນນັດທີ 3 ຂອງກຸ່ມ B, ທີມຊາດລາວ ຈະພົບທີມຊາດຟິລິບປິນ.
ກອງປະຊຸມໄດ້ຕົກລົງໃຫ້ ທີມຊາດລາວ ຈະໃສ່ຊຸດສີຟ້າ, ສ່ວນ ທີມຊາດຟີລິບປິນ ຈະໃສ່ຊຸດສີຂາວ ໂດຍຈະແຂ່ງຂັນກັນໃນວັນອາທິດ ທີ 15 ທັນວາ 2024
ທີ່ມາ: ສຕລ






