ບຸນນະມັດສະການພຣະ ທາດອີງຮັງປະຈຳປີ 2024 ເລີ່ມຂຶ້ນຢ່າງເປັນທາງການໃນຕອນບ່າຍວັນທີ 13 ທັນວາ 2024. ເຂົ້າຮ່ວມພິທີໄຂງານຄັ້ງນີ້ ມີ ທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມ ດ້ວຍຄະນະການນຳຂັ້ນສູງຂອງແຂວງ, ພ້ອມດ້ວຍແຂກຮັບເຊີນ ແລະ ປະຊາຊົນຊາວແຂວງສະຫວັນນະເຂດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນ ພົມວິຫານ ຮອງປະ ທານຈັດງານ ໄດ້ກ່າວລາຍງານໂດຍຫຍໍ້ໃນການຫ້າງຫາກະກຽມ ແລະປະຫວັດຄວາມເປັນມາຂອງພຣະ ທາດອີງຮັງ ເຊິ່ງໃຫ້ຮູ້ວ່າ: ພໍຮອດ ເດືອນຈຽງເພັງຂອງທຸກໆປີ, ພວກ ເຮົາໄດ້ພ້ອມພຽງກັນຈັດໃຫ້ມີການສະເຫຼີມສະຫຼອງງານບຸນນະມັດສະການພຣະທາດອີງຮັງປະ ຈຳປີຂຶ້ນ ຊຶ່ງເນື້ອໃນຈິດໃຈກໍ່ແມ່ນ ເປັນການທຳບຸນປາງໃຫຍ່ຕ້ອນຮັບແຂກບ້ານແຂກເມືອງພາຍໃນ ແລະຕ່າງປະເທດ ທັງເປັນການ ສົ່ງເສີມອະນຸລັກຮີດຄອງປະເພນີ, ວັດທະນະທຳອັນດີງາມຂອງຊາດ ຕິດພັນກັບກິດຈະກຳປີທ່ອງທ່ຽວລາວ 2024 ຂອງນະຄອນ ໄກສອນ ພົມວິຫານ ກໍ່ຄືແຂວງສະຫວັນນະເຂດ,
ພ້ອມທັງຈັດໃຫ້ມີງານຕະຫຼາດນັດແລກປ່ຽນສິນຄ້າພາຍຫຼັງເກັບກ່ຽວຜົນຜະລິດຂອງພໍ່ແມ່ປະຊາຊົນ ເພື່ອ ເຂົ້າມາວາງຈຳໜ່າຍຊື້-ຂາຍ ຢ່າງເປັນຂະບວນຟົດຟື້ນ, ລວມ ມີປະມານ 350 ກວ່າຮ້ານ ໃນນີ້: ຮ້ານວາງສະແດງສິນຄ້າໂອດ໋ອບ 30 ຮ້ານ. ໃນການຈັດງານຄັ້ງນີ້ ໄດ້ກຳນົດເອົາແຕ່ວັນທີ 08-15 ທັນວາ 2024 ຊຶ່ງໃນວັນທີ 13ທັນວາ ແມ່ນເປັນມື້ເປີດງານຢ່າງ ເປັນທາງການ, ວັນທີ 14 ທັນວາ ເວລາ 14 ໂມງ ຈະມີພິທີແຫ່ປະ ສາດເຜິ້ງ ແລະຕອນເຊົ້າວັນທີ 15 ທັນວາ ກໍ່ຈະມີພິທີຕັກບາດຖວາຍ ສັງຄະທານແດ່ພະສົງສຳມະເນນ; ສ່ວນຕອນຄ່ຳຄືນເວລາ 19 ໂມງ ມີພິທີວຽນທຽນ ແລະຈູດບັ້ງໄຟ ດອກບູຊາພຣະທາດຖືວ່າເສັດສິ້ນ ພິທີການ.
ຈາກນັ້ນ, ທ່ານ ແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະ ທານ ຈັດງານກ່າວມີຄຳເຫັນກ່າວໄຂງານຢ່າງເປັນທາງການ ຊຶ່ງມີ ບາງຕອນວ່າ: ເພື່ອເປັນການສົ່ງເສີມຮີດຄອງປະເພນີ ແລະ ຂະນົບທຳນຽມອັນດີງາມຂອງຊາດ ພ້ອມທັງເປັນການເປີດກວ້າງການທ່ອງທ່ຽວລາວ ດ້ານວັດທະນະທໍາ, ທໍາມະຊາດ ແລະປະຫວັດສາດ ຂອງຊາວແຂວງສະຫວັນນະເຂດ ກໍ່ຄືຊາວນະຄອນ ໄກສອນ ພົມວິຫານ ຂອງພວກເຮົາໃຫ້ນັບມື້ຂະຫຍາຍຕົວຢ່າງກວ້າງຂວາງ ພ້ອມນີ້, ທ່ານຮອງເຈົ້າ ແຂວງຍັງໄດ້ຮຽກຮ້ອງໃຫ້ບັນດາບໍລິສັດຫ້າງຮ້ານທີ່ເຂົ້າມາຄ້າຂາຍ,ວາງສະແດງສິນຄ້າຕ່າງໆ,ພິເສດກໍ່ແມ່ນການວາງສະແດງສິນຄ້າໂອດ໋ອບຂອງ14ຕົວເມືອງ,1 ນະຄອນ ແລະ ຕ່າງແຂວງ ທີ່ໄດ້ນຳສິນຄ້າເຂົ້າມາວາງສະແດງ ແລະ ຂາຍໃນງານ ແລະ ເຮັດບັນຍາກາດຂອງງານຄຶກຄື້ນມ່ວນຊື່ນ ແລະ ມີຄວາມສະຫງົບປອດໄພດີ.
ພາບ-ຂ່າວ: ນະຄອນ ໄກສອນ ພົມວິຫານ.







