ວັນທີ 14 ທັນວາ 2024 ທີ່ເດີ່ນສວນສາທາລະນະ ເມືອງສາມັກຄີໄຊ ແຂວງ ອັດຕະປື ສະຫະພັນລົດຖີບແຂວງ ໄດ້ຈັດກິດຈະກຳຂີ່ລົດຖີບເພື່ອສຸຂະພາບຕ້ອນຮັບປີທ່ອງທ່ຽວລາວ 2024 ໃຫ້ກຽດເຂົ້າຮ່ວມມີທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງ ອັດຕະປື.
ກິດຈະກຳຄັ້ວນີ້ ຈັດຂຶ້ນເພື່ອເຮັດໃຫ້ຂະບວນການຈັດງານລະນຶກບຸນຄຸນພະເຈົ້າໄຊຍະເຊດຖາທິລາດ ສະເຫຼີມສະຫຼອງປີທ່ອງທ່ຽວ 2024 ຢູ່ແຂວງອັດຕະປື ໄດ້ຮັບການຊຸກຍູ້ສົ່ງເສີມໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ, ສ້າງບັນຍາກາດໃຫ້ແກ່ງານສຳຄັນຂອງແຂວງມີຄວາມຄຶກຄື້ນ, ເຕັມໄປດ້ວຍເນື້ອໃນຄວາມໝາຍສໍາຄັນ ແລະ ເພື່ອແນໃສ່ເຮັດໃຫ້ ສັງຄົມຫັນມາອອກກຳລັງກາຍ ມີສຸຂະພາບແຂງແຮງ ແລະ ມີບຸກຂະລິກກະພາບທີ່ດີ, ມີຈິດແຈ່ມໃສ ເຊິ່ງຂະບວນປັ່ນລົດຖີບຄັ້ງນີ້ ແມ່ນມີຈຸດເລີ່ມຈາກສ່ວນເຈົ້າໄຊຍະເຊດຖາທິລາດ ເມືອງສາມັກຄີໄຊຫາອະນຸສາວະລີເຈົ້າໄຊຍະເຊດຖາທິລາດ ບ້ານ ຫາດຊາຍຂາວ ເມືອງໄຊເຊດຖາລວມໄລຍະທາງ ປະມານ 10 ກວ່າກິໂລແມັດ.
ຂ່າວ: ໄພບູນ





