ວັນທີ 12 ທັນວາ 2024 ນີ້ທີ່ວັດປ່າດອນສິມ ບ້ານໜອງແສງ ເມືອງລະຄອນເພັງ, ທ່ານ ໄຊຊະນະ ສີສະຫວັດ ຮອງເຈົ້າ ເມືອງ, ຜູ້ຊີ້ນຊາຂົງເຂດເສດຖະກິດ ເມືອງລະຄອນເພັັງ, ແຂວງສາລະວັນ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ ແລະຮ່ວມເປີດຂະບວນການກໍ່ສ້າງທາງເບຕົງ ຂອງຊຸມຊົນ ບ້ານຫນອງແສງ ເຊິ່ງມີຂະຫນາດທາງກວ້າງ 4,7ແມັດ ຄາດວ່າໃນທ້າຍປີ2024 ຫາຕົ້ນປີ 2025 ຈະສູ້ຊົນກໍ່ສ້າງທາງເບຕົງໃຫ້ໄດ້ຫຼາຍກວ່າ 200 ແມັດ.
ໃນໂອກາດເຄື່ອນໄຫວຄັ້ງນີ້ ທ່ານຮອງເຈົ້າເມືອງໄດ້ຕາງໜ້າອົງການປົກຄອງເມືອງ ມອບທຶນສົມທົບໃນການກໍ່ສ້າງ ຈໍານວນ 5,000,000 ກີບ ແລະມອບນໍ້າດື່ມ-ເຄື່ອງດື່ມຈໍານວນຫນຶ່ງ ເພື່ອເປັນການປະກອບສ່ວນ ແລະຊຸກຍູ້ຂະບວນການຕື່ມອີກ.
ຕາງໜ້າກ່າວຮັບຂອງທ່ານ ດາວ ເລຂາໜ່ວຍພັກນາຍບ້ານໜອງແສງ ມີພະອາຈານ,ພ້ອມອົງການຈັດຕັ້ງ ແລະພໍ່ປະຊາຊົນເຂົ້າຮ່ວມ
cr: ສຸວັນນະລາສີ ທົງອາສາ ຮອງຫົວໜ້າຫ້ອງວ່າການເມືອງ







