ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງອັດຕະປື ກວດກາເບິ່ງສະຖານທີ່ຈັດງານປີທ່ອງທ່ຽວປະຈໍາ ປີ2024

Dec 16, 2024

ເພື່ອຮັບປະກັນໃຫ້ງານຈັດງານ ບຸນລະນຶກບຸນຄຸນພະເຈົ້າໄຊຍະເຊດຖາທິລາດ ສະເຫຼີມສະຫຼອງປີທ່ອງທ່ຽວ 2024. ໃນວັນທີ 14 ທັນວານີ້ ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ພ້ອມຄະນະໄດ້ເຄື່ອນໄຫວຕິດຕາມສະຖານທີ່ຈັດງານດັ່ງກ່າວ ເຊັ່ນ ສະຖານທີ່, ບຸກຄະລາກອນ ແລະກິດຈະກຳທີ່ກ່ຽວຂ້ອງ ເພື່ອຄວາມພ້ອມໃນແຕ່ລະຈຸດເຊັ່ນ: ສະຖານທີ່ສຳລັບພິທີທາງສາສະໜາ, ສະຖານທີ່ວາງສະແດງ, ສະຖານທີ່ວາງສະແດງ, ສະ ຖານທີ່ແຂ່ງຂັນຮ່ອນຄໍາຕາມສາຍນໍ້າເຊກະໝານ, ສະຖານທີ່ບ່ອນສຳລັບປະຊາຊົນທີ່ຈະມາຮ່ວມງານ, ສະຖານທີ່ຈອດລົດ ແລະ ຄວາມສະດວກອື່ນໆການກະກຽມອຸປະກອນ ແລະ ສິ່ງຂອງທີ່ຈຳເປັນຈັດຕຽມອົງພຣະ ຫຼືສິ່ງມົງຄຸນສຳລັບພິທີຈັດບ່ອນສຳລັບການສະແດງສິລະປະວັດທະນະທຳເປັນຕົ້ນ…
ຂ່າວ: ມະນີວອນ