ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລີ່ມຕົ້ນແຂ່ງຂັນກິລາບານບ້ວງນັດທຳອິດ ໃນງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 7

Dec 16, 2024

ວັນທີ 14 ທັນວາ 2024 ເລີ່ມຕົ້ນແຂ່ງຂັນກິລາບານບ້ວງນັດທຳອິດ ໃນງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 7 ທີ່ເເຂວງສາລະວັນ ໂດຍແຂ່ງຂັນຢູ່ສະໜາມກິລາເເຫ່ງໃຫມ່ຂອງແຂວງ
ການແຂ່ງຂັນກິລາບານບ້ວງໃນຄັ້ງນີ້ ເປັນການແຂ່ງຂັນເເບບພົບກັນຫມົດໃນ 3 ນັດ ທັງຍີງເເລະຊາຍ ແລ້ວຄັດເອົາອັນດັບທີ 1 ແລະ ທີ 2 ເຂົ້າໄປຊິງຊະນະເລີດ ເຊີ່ງຈະດໍາເນີນການແຂ່ງຂັນໄປຮອດວັນທີ 20 ທັນວານີ້ ຈຶ່ງຈະສຳເລັດ
ສຳລັບການແຂ່ງຂັນນັດເປີດສະໜາມທໍາອິດໃນມື້ວານນີ້ມີທັງໝົດ 5 ຄູ່, ທິມຍິງ 1 ຄູ່. ຜ່ານການແຂ່ງຂັນໃນຮອບຄັດເລືອກ, ແຂວງສາລະວັນ ເຈົ້າພາບ ທິມຊາຍ ເສຍໃຫ້ແຂວງ ເຊກອງ ດ້ວຍຄະແນນ 29 ຕໍ່ 27, ແຂວງຄໍາມ່ວນ ເສຍໃຫ້ແຂວງຫຼວງພະບາງ 16 ຕໍ່ 82 ຄະແນນ, ນະຄອນຫຼວງວຽງຈັນ ຊະນະ ແຂວງຈໍາປາສັກ 36 ຕໍ່ 17 ຄະແນນ ແລະ ແຂວງສະຫວັນນະເຂດ ຊະນະ ແຂວງຫຼວງພະບາງ 43 ຕໍ່ 24 ຄະແນນ. ສ່ວນທິມຍິງ ແຂວງສາລະວັນ ເຈົ້າພາບ ເສຍໃຫ້ກັບ ແຂວງຫຼວງພະບາງ ດ້ວຍຄະແນນ 46 ຕໍ່ 6.
ສຳລັບການແຂ່ງຂັນກິລາບານບ້ວງ ມີທິມທີ່ສົ່ງເຂົ້າແຂ່ງຂັນທັງໝົດ 10 ແຂວງ, ໃນນັ້ນທິມຊາຍ ມີ 7 ແຂວງ ຄື: ສາລະວັນ ເຈົ້າພາບ, ເຊກອງ, ຄໍາມ່ວນ, ຫຼວງພະບາງ, ນະຄອນຫຼວງວຽງຈັນ, ຈຳປາສັກ ແລະ ສະຫວັນນະເຂດ, ສ່ວນທິມຍິງ, ມີ 3 ແຂວງ ຄື: ສາລະວັນ, ເຊກອງ ແລະ ຫຼວງພະບາງ.
ຂ່າວ : ເດດອາລຸນ