ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄາລະວານຈາກຣາຊະອານາຈັກກຳປູເຈຍສູ່ແຂວງຈຳປາສັກ ເພື່ອສົ່ງເສີມການທ່ອງທ່ຽວລາວ 2024

Dec 16, 2024

ໃນລະຫວ່າງວັນທີ 13-15 ທັນວາ 2024, ບໍລິສັດ ສົມພອນໄຊທົວ ໄດ້ຈັດຂະບວນຄາລະວານທ່ອງທ່ຽວຈາກຣາຊະອານາຈັກກຳປູເຈຍສູ່ແຂວງຈຳປາສັກ ເພື່ອສົ່ງເສີມການທ່ອງທ່ຽວພາຍໃຕ້ຫົວຂໍ້ “ສົ່ງເສີມປີທ່ອງທ່ຽວລາວ2024” ມີຜູ້ເຂົ້າຮ່ວມ 426 ຄົນ ແລະ ລົດຂັບເຄື່ອນ 4ລໍ້ ທັງໝົດ 124 ຄັນ.
ຂະບວນໄດ້ເລີ່ມຕົ້ນທີ່ ດ່ານຊາຍແດນສາກົນໜອງນົກຂຽນ ຊາຍແດນລາວ-ກຳ ປູເຈຍ, ຈາກນັ້ນ ໄດ້ທ່ຽວຊົມນ້ຳຕົກຕາດຄອນພະເພັງ ທີ່ເມືອງໂຂງ, ທ່ຽວຊົມສະຖານ ທີ່ທ່ອງທ່ຽວຫ້ວຍຈຳປີ ທີ່ເມືອງບາຈຽງຈະເລີນສຸກ, ເຂົ້າຊົມມໍລະດົກໂລກວັດພູຈຳປາສັກ, ທ່ຽວຊົມນ້ຳຕົກຕາດເຍືອງ ທີ່ເມືອງປາກຊ່ອງ ແລະ ສິ້ນສຸດຂະບວນກັບຄືນທີ່ດ່ານໜອງນົກຂຽນ ຊາຍແດນລາວ-ກຳປູເຈຍ.
ຂ່າວ: ມົນທຽນ ໄຊຍະສິດ
ພາບ: ບໍລິສັດ ສົມພອນໄຊທົວ