ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫຼຸບວຽກງານປ້ອງກັນ-ຮັບໃຊ້ກອງປະຊຸມສຸດຍອດອາຊຽນ

Dec 16, 2024

ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດພິທີສະຫຼຸບວຽກງານການປ້ອງກັນ-ຮັບໃຊ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບຂອງກໍາລັງຕໍາຫຼວດຈະລາຈອນ ແລະ ປະກາດຊັບຊ້ອນນາຍ-ພົນຕໍາຫຼວດ ໃຫ້ກົມໃຫຍ່ຕໍາຫຼວດ ແລະ ບັນດາກອງບັນຊາການແຂວງ-ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ໃນວັນທີ 13 ທັນວາ 2024, ໂດຍກາຍເປັນປະທານຂອງ ພົຈວ ປອ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ.
ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກ່າວວ່າ: ການຈັດຕັ້ງປະຕິບັດໜ້າທີ່ປ້ອງກັນກອງປະຊຸມປິ່ນອ້ອມ ແລະ ປ້ອງກັນກອງປະຊຸມສຸດຍອດອາຊຽນ ແມ່ນໄດ້ກວດກາຄວາມພ້ອມຂອງກໍາລັງໃນຈໍານວນ 264 ສະຫາຍ ຍິງ 17 ສະຫາຍ ທີ່ໄດ້ຮໍ່າຮຽນມາຈາກໂຮງຮຽນ ປກສ ຊັ້ນຕົ້ນ ກົມໃຫຍ່ຕໍາຫຼວດ ຮຸ່ນທີ VIII ສົກປີ 2022-2023 ເພື່ອບັນຈຸເຂົ້າເຮັດໜ້າທີ່ປ້ອງກັນກອງປະຊຸມເປັນຕົ້ນ: ພະນັກງານຂັບຂີ່ລົດຈັກ, ລົດສະຫຼາມເປີດທາງ ແລະ ພະນັກງານເຮັດໜ້າທີ່ຈັດລະບຽບການຈອດລົດ ແຕ່ລະຈຸດໂຮງແຮມ, ສະຖານທີ່ຫໍປະຊຸມແຫ່ງຊາດ ແລະ ສະຖານທີ່ທ່ອງທ່ຽວອື່ນໆ ໃນໄລຍະທີ່ ສປປ ລາວ ເຮົາຮັບກຽດເປັນເຈົ້າພາບ, ຮັບປະກັນໃຫ້ຂະບວນລົດຂອງການນໍາພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ ທີ່ມາເຂົ້າຮ່ວມກອງປະຊຸມເຄື່ອນໄຫວໄປ-ມາໃຫ້ມີຄວາມສະດວກ ແລະ ປອດໄພໃນການສັນຈອນ.
ຈາກນັ້ນ, ໃນພິທີ, ກໍໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ຕໍາຫຼວດ ວ່າດ້ວຍການຊັບຊ້ອນນາຍ ແລະ ພົນຕໍາຫຼວດ ໃຫ້ບັນດາກົມ, ຫ້ອງ ຂຶ້ນກັບກົມໃຫຍ່ຕໍາຫຼວດ ຈໍານວນ 92 ສະຫາຍ ຍິງ 20 ສະຫາຍ; ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍການນໍາສົ່ງ ແລະ ຊັບຊ້ອນ ພົນຕໍາຫຼວດທີ່ຮຽນຈົບຈາກໂຮງຮຽນ ປກສ ຊັ້ນຕົ້ນ ກົມໃຫຍ່ຕໍາຫຼວດ ຮຸ່ນທີ VIII ສົກປີ 2022-2023. ໃນນີ້, ນໍາສົ່ງ ແລະ ຊັບຊ້ອນໃຫ້ກົມໃຫຍ່ຕໍາຫຼວດ 98 ສະຫາຍ ຍິງ 17 ສະຫາຍ; ກອງບັນຊາ ການ ປກສ ນະຄອນຫຼວງວຽງຈັນ 23 ສະຫາຍ ຍິງ 5 ສະຫາຍ; ປກສ ແຂວງຊຽງຂວາງ 9 ສະຫາຍ; ປກສ ແຂວງຜົ້ງສາລີ 10 ສະຫາຍ; ປກສ ແຂວງໄຊສົມບູນ 8 ສະຫາຍ ຍິງ 2 ສະຫາຍ; ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ 1 ສະຫາຍ; ປກສ ແຂວງອຸດົມໄຊ 11 ສະຫາຍ; ປກສ ແຂວງຄໍາມ່ວນ 11 ສະຫາຍ; ປກສ ແຂວງຫຼວງພະບາງ 9 ສະຫາຍ; ປກສ ແຂວງຈໍາປາສັກ 10 ສະຫາຍ; ປກສ ແຂວງບໍ່ແກ້ວ 11 ສະຫາຍ; ປກສ ແຂວງອັດຕະປື 11 ສະຫາຍ; ປກສ ແຂວງສາລະວັນ 10 ສະຫາຍ; ປກສ ແຂວງໄຊຍະບູລີ 9 ສະຫາຍ; ປກສ ແຂວງຫຼວງນໍ້າທາ 10 ສະຫາຍ; ປກສ ແຂວງບໍລິຄໍາໄຊ 7 ສະຫາຍ; ປກສ ແຂວງວຽງຈັນ 10 ສະຫາຍ; ປກສ ແຂວງສະ ຫວັນນະເຂດ 11 ສະຫາຍ; ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ 1 ສະຫາຍ; ປກສ ແຂວງຫົວພັນ 9 ສະຫາຍ ແລະ ກອງບັນຊາການ ປກສ ແຂວງເຊກອງ 10 ສະຫາຍ.
ພາບ-ຂ່າວ: ແກ້ວ ອຸເພັດ, ຄວາມສະຫງົບລາວ