ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງໄຊເຊດຖາ ສະແດງສິລະປະ-ວັດທະນະທຳ ໃນງານບຸນລະນຶກບຸນຄຸນ ພຣະເຈົ້າ ໄຊຍະເສດຖາທິຣາດ ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024

Dec 16, 2024

ໃນຄືນ ວັນທີ 15 ທັນວາ 2024 ນີ້ ທີ່ບ້ານວັດທາດເມືອງເຊດຖາ ແຂວງອັດຕະປື ໄດ້ຈັດງານສະແດງສິລະປະ-ວັດທະນະທຳ ຄະນະທີ່ໃນງານລະນຶກບຸນຄຸນ ພຣະເຈົ້າໄຊຍະເຊດຖາທິຣາດ ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ໂດຍການເຂົ້າຮ່ວມຊົມຂອງທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື, ມີ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງ ແລະຄະນະນຳຂອງແຂວງ, ເມືອງ, ສະມາຄົມການທ່ອງທ່ຽວແຂວງ ກວ້າງຫງານ ສສ ຫວຽດນາມ ພອ້ມດ້ວຍມວນຊົນເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.
ການສະແດງສິລະປະ-ວັດທະນະທຳ ຄັ້ງນີ້ມີທັງໜົດ 17 ລາຍການ, 6 ຄະນະທີ່ມາຈາກບ້ານ ແລະ ໝວດໂຮງຮຽນອອ້ມແຂວງ, ເມືອງ ເຊິ່ງລາຍການສະແດງໄດ້ຊໍ່ເຫັນເຖິງ ວິຖີການດຳຊິວິດປະຊາຊົນບັນດາເຜົ່າ ແຕ່ທ້ອງຖິ່ນໃນອາດີດກໍ່ຄືປັດຈຸບັນ ເພື່ອລະນຶກເຖິງບຸນຄູນ ພຣະເຈົ້າໄຊຍະເສດຖາທິລາດ ທີ່ເປັນບັນພະບູລຸດລາວອີກຜູ້ໜຶ່ງທີ່ມີວິລະກຳທາງດ້ານປະຫວັດສາດ, ຕໍ່ປະເທດຊາດ ແລະ ເປັນບັນພະບູລຸດທີ່ເຄົາລົບນັບຖືຂອງປວງຊົ່ນທັງຊາດ ເວົ້າລວມສະເພາະປວງຊົນຊາວເມືອງໄຊເສດຖາ ແຂວງອັດຕະປື ພ້ອມທັງ ເປັນການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວໃຫ້ເປັນຂະບວນການຟົດຟື້ນ, ສ້າງໂອກາດດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ອງພາຍໃນເມືອງກໍ່ຄືແຂວງອັດຕະປື ໃຫ້ຫຼາຍຂຶ້ນ.
ໂດຍ: ມະນີວອນ