ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສອງຄອບຄົວທີ່ໄດ້ຮັບທຶນຈາກອົງການອາຫານໂລກມີຄວາມພ້ອມປະກອບສ່ວນໃຫ້ແກ່ອາຫານທ່ຽງໃນໂຮງຮຽນ

Dec 16, 2024

ອົງການອາຫານໂລກໃຫ້ການສະໜັບສະໜູນປະຊານຊົນລ້ຽງໄກ່ພັນໄຂ່ເພື່ອຄໍ້າປະກັນສະບຽງອາຫານໃຫ້ແກ່ຄອບຄົວ ສ້າງເສດຖະກິດຄອບຄົວ ແລະ ປະກອບສ່ວນເຂົ້າໃນກິດຈະກຳອາຫານທ່ຽງໃນໂຮງຮຽນ.
ນາງ ສຸກສາຄອນ ແມງມະນີ ເປັນຄູສອນຢູ່ປະຖົມບ້ານນາຊຽງດີ ເມືອງຮຸນ ແຂວງອຸດົມໄຊ ໜຶ່ງໃນຄອບຄົວທີ່ໄດ້ຮັບໂຄງການຊ່ວຍເຫຼືອຈາກອົງການອາຫານໂລກ ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ ຕົນເອງ ແລະ ຜົວເປັນຄູສອນຢູ່ໂຮງຮຽນປະຖົມບ້ານນາຊຽງດີໄລຍະຜ່ານມາພາຍໃນບ້ານນາຊຽງດີອົງການອາຫານໂລກໄດ້ໃຫ້ການສະໜັບສະໜູນຫຼາຍໂຄງການໃຫ້ແກ່ປະຊາຊົນ ໄລຍະຕົ້ນເດືອນພະຈິກນີ້ອົງການອາຫານໂລກກໍໄດ້ນຳໂຄງການເຂົ້າມາຊ່ວຍເຫຼືອໃນນັ້ນມີໂຄງການປູກຜັກ ແລະ ລ້ຽງໄກ່ພັນໄຂ່ ເຊິ່ງຄອບຄົວຂອງຕົນໄດ້ຮັບໂຄງການລ້ຽງໄກ່ພັນໄຂ ເນື່ອງຈາກວ່າຄອບຄົວເປັນມັກລ້ຽງໄກ່ຢູ່ແລ້ວ ອີກຢ່າງໜຶ່ງລູກເປັນຄົນມັກກິໄຂ່ ແລະ ໄຂ່ໃນຕະຫຼາດກໍຄາລາແພງ ໂດຍໂຄງການໄດ້ສະໜອງອຸປະກອນສຳລັບເຮັດຄອກໄກ່ ແມ່ພັນໄກ່ 50 ໂຕ ແລະ ຫົວອາຫານຈຳນວນໜຶ່ງ ພ້ອມກັນນັ້ນກໍໄດ້ນຳສາລີ ຕົ້ນກ້ວຍມາບົດປົນອາຫານເພື່ອຫຼຸດຜ່ອນຕົ້ນທຶນໃນການຊື້ຫົວອາຫານໃນຕໍ່ໜ້າ.
ມາຮອດປັດຈຸບັນໄກ່ເລີ່ມໄຂ່ແລ້ວ ຫຼັງຈາກເລີ່ມເຫັນໄກ່ໄຂ່ກໍມີຄວາມອຸ່ນໃຈຂຶ້ນເພາະວ່າຊ່ວຍຫຼຸດຜ່ອນການຊື້ໄຂ່ຈາກຕະຫຼາດມາປຸງແຕ່ງອາຫານໃຫ້ລູກກິນ ໃນອະນາຄົດອາດຈະສາມາດນຳມາຈຳໜ່າຍໄດ້ ຖ້າມີທຶນຮອຮແລ້ວແຜນການໃນຕໍ່ໜ້າກໍຈະນຳໄກ່ມາລ້ຽງເພີ່ມຂຶ້ນເລື້ອຍໆເພື່ອຄໍ້າປະກັນສະບຽງອາຫານ ແລະ ການເປັນສິນຄ້າຂອງຄອບຄົວໃນອະນາຄົດ.
ນາງ ໄຊສະໝອນ ໄຊຍະສິດ ອີກໜຶ່ງຄອບຄົວທີ່ໄດ້ຮັບໂຄງການຊ່ວຍເຫຼືອຈາກອົງການອາຫານໂລກໃນການລ້ຽງໄກ່ພັນໄຂ່ ໃຫ້ຮູ້ວ່າ ການໄດ້ຮັບການຊ່ວຍເຫຼືອການລ້ຽງໄກ່ຈະສ້າງຜົນດີໃຫ້ແກ່ຄອບຄົວເປັນຕົ້ນແມ່ນການນຳໄຂ່ມາປຸ່ງແຕ່ງອາຫານເນື່ອງຈາກວ່າຄອບຄົວເດັກນ້ອຍ ອາຫານທີ່ມັກກິນສ່ວນໃຫ່ກໍຈະແມ່ນໄຂ່ ຖ້າອາໄສແຕ່ຊື້ຈາກຕະຫຼາດກໍບໍພຽງພໍ ດ່ັງນັ້ນການລ້ຽງເອງຈະສາມາດສອໜອງໃຫ້ໄດ້ພຽງພໍ ໃນຕໍ່ໜ້າອາດຈະກາຍເປັນສິນຄ້າກໍເປັນໄດ້ ໃນເບື້ອງຕົ້ນໂຄງການອາຫານໂລກໄດ້ຊື້ແມ່ພັນໄກ່ໃຫ້ 50 ໂຕຫົວອາຫານ ພ້ອມດ້ວຍອຸປະກອນສຳລັບເຮັດຄອກໄກ່ຈຳນວນໜຶ່ງ ໄລຍະນີ້ຍັງຢູ່ໃນທົດລອງລ້ຽງຢູ່ຖ້າໄດ້ຮັບຜົນດີກໍຈະຂະຫຍາຍໃຫ້ຫຼາຍຂຶ້ນຕື່ມ ປັດຈຸບັນເລີ່ມໄດ້ເກັນໄຂ່ແລ້ວ.
ພາຍຫຼັງໄກ່ໄຂ່ແລ້ວກໍຈະໄດ້ນຳເອົາໄຂ່ໄປປະກອບສ່ວນເຂົ້າໃນໂຄງການອາຫານທ່ຽງໃນໂຮງຮຽນ 30% ທີ່ໂຄງການກຳນົດໄວ້ ການປະກອບສ່ວນເຂົ້າໃນໂຄງການອາຫານທ່ຽງໃນໂຮງຮຽນແມ່ນມີຄວາມພູມໃຈຫຼາຍ ເມື່ອເຫັນລູກຫຼາຍໄດ້ກິນອາຫານອີ່ມ ການປຸງແຕ່ງຖືກຫຼັກອະນາໄມ ກິນອາຫານທີ່ມີປະໂຫຍດ ເຊິ່ງເຮັດໃຫ້ລູກຫຼານມີສຸຂະພາບແຂງແຮງ ມີເວລາຮຽນ ບໍ່ກັບມາກິນເຂົ້າຢູ່ເຮືອນ ຫຼຸດຜ່ອນພາລະຂອງພໍ່ແມ່ໃນການແຕ່ງອາຫານທ່ຽງໃຫ້ລູກກິນໃນແຕ່ລະວັນ.
ທີ່ມາ: ວຽງຈັນໃໝ່