ກອງປະຊຸມສະຫລຸບຜົນງານຈັດຫາເລືອດ ປີ 2024 ແລະ ວາງແຜນຮັບບໍລິຈາກເລືອດ ປີ 2025 ແລະ 2030 ຈັດຂຶ້ນໃນວັນທີ 16 ທັນວາ 2024 ທີ່ຫ້ອງວ່າການ ນະຄອນຫລວງພະບາງ ໂດຍເປັນປະທານຮ່ວມຂອງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງໆຫລວງພະບາງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຜູ້ຕາງໜ້າພະແນກການ-ກົມກອງ ແລະ ເມືອງອ້ອມຂ້າງແຂວງ ເຂົ້າຮ່ວມ.
ທ່ານ ບຸນເລື່ອມ ມະນີວົງ ໄດ້ສະແດງຄວາມຊົມເຊີຍຜົນງານຂອງທຸກພາກສ່ວນ ທີ່ປະກອບສ່ວນໃນການຈັດຂະບວນການບໍລິຈາກເລືອດ ແບບສະໝັກໃຈຊ່ວຍເຫລືອສັງຄົມ ຢູ່ແຂວງຫລວງພະບາງ ໃນປີຜ່ານມາ ທັງເນັ້ນໃຫ້ທຸກອົງການຈັດຕັ້ງ ແລະ ທຸກຊັ້ນຄົນ, ແຕ່ແຂວງລົງຮອດທ້ອງຖິ່ນ ຈົ່ງສືບຕໍ່ສ້າງຄວາມຮັບຮູ້ເຂົ້າໃຈ ກ່ຽວກັບຄວາມສໍາຄັນ ແລະ ຄວາມຈໍາເປັນຂອງການບໍລິຈາກເລືອດ ເພື່ອຊ່ວຍເຫລືອເພື່ອນມະນຸດດ້ວຍກັນ ທັງປະກອບສ່ວນງົບປະມານ ການເງິນ ຫລື ວັດຖຸອຸປະກອນ ກ່ຽວກັບການຈັດຫາສະໜອງເລືອດ ເພື່ອປະກອບສ່ວນຊ່ວຍພາກສ່ວນທີ່ຮັບຜິດຊອບ ໂດຍສະເພາະ ອົງການກາແດງ ແຂວງຫລວງພະບາງ, ສ່ວນຜູ້ທີ່ເຄີຍບໍລິຈາກເລືອດມາກ່ອນແລ້ວ ຈົ່ງສືບຕໍ່ປະກອບສ່ວນເຂົ້າຮ່ວມ ຂະບວນການບໍລິຈາກເລືອດຢ່າງຕໍ່ເນື່ອງ ແລະ ຊ່ວຍປຸກລະດົມໝູ່ເພື່ອນ ເຂົ້າຮ່ວມໃນການບໍລິຈາກເລືອດ ແບບສະໝັກໃຈ ບໍ່ຮຽກຮ້ອງ ສິ່ງຕອບແທນ, ຮັບປະກັນເຮັດໃຫ້ການປຸກລະດົມຂະບວນການ ບໍລິຈາກເລືອດ ປະສົບຜົນສຳເລັດຕາມຄາດໝາຍໃນແຕ່ລະປີ.
ການປຸກລະດົມຂະບວນການບໍລິຈາກເລືອດ ແບບສະໝັກໃຈຊ່ວຍເຫລືອສັງຄົມ ຢູ່ແຂວງຫລວງພະບາງ ໃນ 11 ເດືອນຜ່ານມາ ໄດ້ 5.275 ຖົງ, ກວມ 98,3% ຂອງແຜນການ (ແຜນການ 5.300 ຖົງ) ໃນນັ້ນ ເປັນການບໍລິຈາກແບບສະໝັກໃຈບໍ່ຫວັງສິ່ງຕອບແທນ 2.837 ຖົງ, ບໍລິຈາກຊ່ວຍພີ່ນ້ອງ 2.245 ຖົງ, ຈຳນວນຜູ້ບໍລິຈາກເລືອດ ເປັນຜູ້ເຄີຍບໍລິຈາກແລ້ວກວມ 54% ແລະ ບໍລິຈາກໃໝ່ ກວມ 31%, ສຳລັບແຜນການປຸກລະດົມການບໍລິຈາກເລືອດ ໃນປີ 2025 ຈະໃຫ້ບັນລຸ 5.500 ຖົງ.
ໃນກອງປະຊຸມ, ຍັງໄດ້ມີການມອບໃບຍ້ອງຍໍ ໃຫ້ກົມກອງທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນວຽກງານປຸກລະດົມ ການບໍລິຈາກເລືອດ ໃນປີ 2024 ຕື່ມອີກ.





