ງານວາງສະແດງສິນຄ້າກະສິກໍາລາວ ປະຈໍາປີ 2024 ຈັດຂຶ້ນໃນວັນທີ 16 ທັນວາ 2024 ຢູ່ສູນການຄ້າລາວ-ໄອເຕັກ ນະຄອນ ຫຼວງວຽງຈັນ ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ, ການນໍາຈາກບັນ ດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນ, ບັນດາທ່ານ ເອກອັກຄະລັດຖະທູດ ທູຕານຸທູດ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແລະ ບັນດາຄູ່ຮ່ວມພັດທະນາ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ກ່າວວ່າ: ອີງຕາມການປະເມີນຂອງກະຊວງແຜນການ ແລະ ການລົງທຶນ ເຫັນວ່າຕົວເລກ 9 ເດືອນຜ່ານມາ ຂະແໜງກະສິກໍາ ແລະ ປ່າໄມ້ມີການຂະຫຍາຍຕົວ ບັນລຸໄດ້ 4,1% ແລະ ປະກອບສ່ວນລວມຍອດຜະລິດຕະພັນພາຍໃນໄດ້ 18,9% ຂອງ GDP ລືີ່ນແຜນການທີີ່ສະພາແຫ່ງຊາດຮອງຮັບ (ແຜນການ 2,6% ກວມເອົາ 20,8% ຂອງ GDP) ໃນນີ້ ຄາດຄະເນໝົດປີການຜະລິດເຂົ້າເປືອກໝົດປີຈະໄດ້ ປະມານ 3,6 ລ້ານໂຕນ ການຜະລິດພືດສະບຽງອາຫານຈະໄດ້ ປະມານ 2,61 ລ້ານໂຕນ ບັນລຸລືີ່ນແຜນ ການ 6% (ແຜນການ 2,46 ລ້ານໂຕນ) ການຜະລິດຊີ້ນ ໄຂ່ ແລະ ປາ ປະຕິບັດໄດ້ 526.000 ກວ່າໂຕນ ເທົ່າກັບ 95% ຂອງແຜນປີ (554.000 ໂຕນ) ຄາດ ວ່າໝົດປີຈະບັນລຸຕາມແຜນການ ການປູກພືດເປັນສິນຄ້າ ຄາດ ຄະເນຜົນຜະລິດໄດ້ 9,7 ລ້ານໂຕນ ເທົ່າກັບ 99% ຂອງແຜນ ການປີ 9,75 ລ້ານໂຕນ ການລ້ຽງສັດ ແລະ ສັດນໍ້າ ເປັນສິນຄ້າ ມີຟາມລ້ຽງສັດ ທັງໝົດ 2.387 ຟາມ ມີສັດລ້ຽງ 6 ລ້ານກວ່າໂຕ ການສົົ່ງອອກຜະລິດຕະພັນກະສິກໍາ ແລະ ປ່າໄມ້ ໃນໄລຍະ 9 ເດືອນປີ 2024 ປະຕິບັດໄດ້ 1.210 ລ້ານກວ່າໂດລາສະຫະລັດ ບັນລຸລືີ່ນແຜນການ (ແຜນການຕາມສະພາຮັບຮອງ 1.200 ລ້ານໂດ) ສິ່ງນີ້ແມ່ນເປັນອັນຢັັ້ງຢືນຜົນງານຂອງພວກເຮົາໃນໄລຍະຜ່ານມາ.
ເຖິງແມ່ນວ່າ ໃນໄລຍະຜ່ານມາ ການຜະລິດສະບຽງອາຫານ ຈະສາມາດກຸ້ມກິນໄດ້ໂດຍພື້ນຖານ ແລະ ການຜະລິດເປັນສິນຄ້າ ຈະສາມາດສົົ່ງອອກໄດ້ລືີ່ນແຜນການກໍຕາມ ເມືີ່ອອີງໃສ່ສະພາບການຂະຫຍາຍໂຕຂອງເສດຖະກິດ-ສັງຄົມຂອງພາກພື້ນ ແລະ ສາກົນ ຍັງເຫັນວ່າພວກເຮົາຍັງຕ້ອງໄດ້ເອົາໃຈໃສ່ ເສີມ ຂະຫຍາຍຜົນງານດັ່ງກ່າວ ອອກສູ່ວົງກວ້າງ ແລະ ເອົາຈິງເອົາຈັງຂຶ້ນກວ່າເກົ່າ ສະນັ້ນ ເພືີ່ອຮັບປະກັນໃນການຈັດຕັ້ງປະຕິບັດແຜນຄາດໝາຍສູ້ຊົນ ວຽກງານຂະແໜງການກະສິກໍາໃນຕໍ່ໜ້າດ້ວຍຈິດໃຈບຸກທະລຸ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງອົງການຈັດຕັ້ງພັກ-ລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ ອົງການຈັດຕັ້ງມະຫາຊົນ ອົງການຈັດຕັ້ງສາກົນ ຄູ່ຮ່ວມພັດ ທະນາ ພາກສ່ວນທຸລະກິດ ຜູ້ປະກອບການຕະຫຼອດຮອດພໍ່ແມ່ປະຊາຊົນຊາວກະສິກອນໃນທົົ່ວປະເທດ ຈົົ່ງໄດ້ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດ ຕັ້ງປະຕິບັດ ແລະ ພັດທະນາວຽກງານກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ແນໃສ່ເພືີ່ອລຶບລ້າງຄວາມທຸກຍາກ ໄປຕາມທິດຫັນເປັນອຸດສາຫະກໍາທັນສະໄໝ ສີຂຽວ ເປັນມິດກັບສິີ່ງແວດລ້ອມ ແລະ ຍືນຍົງ ດ້ວຍການຊຸກຍູ້ສົົ່ງເສີມ ການຜະລິດກະສິກໍາ ນັບທັງການປູກ-ການລ້ຽງແບບປະສົມປະສານ ສ້າງມູນຄ່າເພີີ່ມຂອງການນໍາໃຊ້ທີີ່ດິນ ປັບປຸງ ແລະ ຂະຫຍາຍລະບົບໂຄງລ່າງພື້ນຖານການຜະລິດກະສິກໍາ ເພືີ່ອຍົກສູງປະ ສິດທິພາບ ປະສິດທິຜົນຂອງການຜະລິດກະສິກໍາ ການຄຸ້ມຄອງປົກປັກຮັກສາປ່າຕົົ້ນນໍ້າ ສາຍນໍ້າ ຍອດນໍ້າ ນໍ້າ ໜ້າດິນ-ນໍ້າໃຕ້ດິນ ເພືີ່ອຫຼຸດຜ່ອນຄວາມສ່ຽງ ແລະ ຄວາມບອບບາງ ຕໍ່ສະພາບການປ່ຽນແປງດິນຟ້າ ອາກາດ ທີີ່ຈະກໍ່ໃຫ້ເກີດໄພພິບັດທາງທໍາມະຊາດໃນຕໍ່ໜ້າ ເພືີ່ອເຮັດໃຫ້ຂະແໜງການກະສິກໍາ ຂະຫຍາຍ ຕົວ ບໍ່ໃຫ້ຫຼຸດ 2,6% ຕໍ່ປີ.
ການຈັດງານວາງສະແດງສິນຄ້າກະສິກໍາ ປີ 2024 ນີ້ແມ່ນເປັນໂອກາດທີີ່ສໍາຄັນຢ່າງຍິີ່ງ ສໍາລັບການຍົກລະດັບວຽກງານການຜະລິດກະສິກໍາໃນປະເທດລາວ ເພາະຈະໄດ້ຮວບຮວມເອົາບັນດາຜູ້ປະກອບການກະສິກໍາ ຜູ້ໃຫ້ທຶນ ນັກທຸລະກິດກະສິກໍາ ທັງພາຍໃນ ແລະ ຕ່າງປະເທດ ແລະ ຊາວກະສິກອນຂອງລາວ ເພືີ່ອເປັນແຮງກະຕຸ້ນສໍາຄັນ ທີີ່ຈະນໍາພາການຜະລິດກະສິກໍາຂອງ ສປປ ລາວ ເຮົາ ກ້າວໄປສູ່ການກະສິກໍາອຸດສາຫະກໍາ ແລະ ຄວາມຍືນຍົງໃນອະນາຄົດ.
ນອກຈາກນີ້ ຍັງຈະເປັນການໂຄສະນາເຜີຍແຜ່ບັນດາຜົນຜະລິດກະສິກໍາ ກົນຈັກ ເຄືີ່ອງມື ແລະ ນະວັດຕະກໍາ ເຕັກນິກເຕັກໂນໂລຊີ ດ້ານການຜະລິດກະສິກໍາທີ່ທັນ ສະໄໝ ສົົ່ງເສີມການແບ່ງປັນຄວາມຮູ້ ແລະ ການສ້າງຄວາມອາດສາມາດ ໃນຂົງ ເຂດການຜະ ລິດກະສິກໍາ-ປ່າໄມ້ ຍົກສູງຄວາມຮັບຮູ້ກ່ຽວກັບ ຄວາມປອດໄພ ແລະ ການຄໍ້າປະກັນ ດ້ານສະບຽງອາຫານ ແລະ ໂພຊະນາການ ຕິດພັນກັບການປັບຕົວເຂົ້າກັບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ຍົກສູງການພົວພັນ ລະ ຫວ່າງ ພາກລັດ ແລະ ເອກະຊົນ ອົງການຈັດຕັ້ງສາກົນ ອົງການຈັດຕັ້ງທີີ່ບໍ່ສັງກັດລັດ ຖະບານ ອົງການຈັດຕັ້ງທາງສັງຄົມ ແລະ ທຸກພາກສ່ວນທີ່ກ່ຽວ ຂ້ອງ.








