ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ບຸນຍັງ ວໍລະຈິດ ໂອ້ລົມການນໍາແຂວງສະຫວັນນະເຂດ

Dec 17, 2024

ໃນຕອນເຊົ້າວັນທີ 16 ທັນວາ ນີ້, ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ; ທ່ານບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ໂອ້ລົມຄະນະພັກ, ຄະນະນໍາຂັ້ນສູງຂອງແຂວງສະຫວັນນະເຂດ.
ໃນໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ ໄດ້ລາຍງານວຽກງານທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2024 ແລະ ທິດທາງແຜນການປີ 2025. ໃນໄລຍະຜ່ານມາ, ຄະນະພັກ-ອົງການປົກຄອງແຂວງສະຫວັນນະເຂດໄດ້ສືບຕໍ່ເອົາໃຈໃສ່ ຊີ້ນໍາ-ນໍາພາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງແຂວງ, ແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ (2021-2025) ແລະ ການຈັດຕັ້ງຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະ ກິດເອກະລາດເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ຄຽງຄູ່ກັບການກະກຽມຄວາມພ້ອມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນທົ່ວອົງຄະນະພັກແຂວງກໍຄືການກະກຽມຮ່າງບົດລາຍງານການ ເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ອົງຄະນະພັກແຂວງ ຕິດພັນກັບການສ້າງຂະບວນແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນຢູ່ເຂດຫ່າງໄກສອກຫຼີກຂອງແຂວງ. ໃນນີ້, ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບທົ່ວປວງຊົນຮອບດ້ານຂອງພັກຢ່າງແຂງແຮງ ແລະ ສາ ມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ວຽກງານເສດຖະກິດ: ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວຢູ່ໃນລະດັບ 7.9% ລື່ນແຜນ ການທີ່ວາງໄວ້ 0.05%, ດ້ວຍມູນຄ່າລາຄາໃນປີ 36,575.48 ຕື້ກີບ; ສະເລ່ຍຕໍ່ພົນລະເມືອງ 32.68 ລ້ານກີບ ຫຼື ເທົ່າກັບ 1,486 ໂດລາສະຫະລັດ (ສະເລ່ຍໃສ່ພົນລະເມືອງ 1,118,957 ຄົນ, ຕົວເລກຈາກສູນສະຖິຕິປີ 2024).
ໃນນັ້ນ, ສາມາດຈັດເກັບລາຍຮັບງົບປະມານໄດ້ 4,282.40 ຕື້ກີບ, ລື່ນແຜນການທີ່ວາງໄວ້ 45,73% ຂອງແຜນການປີ, ເປັນເງິນ 1,343.72 ຕື້ກີບ; ດ້ານກະສິກຳ, ປີນີ້ແຂວງສະຫວັນນະ ເຂດມີຜົນຜະລິດເຂົ້າເປືອກທັງໝົດ 881,441 ໂຕນ. ໃນນີ້, ນາປີ ໄດ້ 747,325 ໂຕນ ແລະ ນາແຊງໄດ້ 134,116 ໂຕນ, ສະເລ່ຍໃສ່ພົນລະເມືອງໄດ້ 788 ກິໂລ/ຄົນ/ປີ, ມີເຂົ້າເຫຼືອກິນແຮໄວ້ຂາຍ 392,335 ໂຕນ (ເຂົ້າເປືອກ) ຫຼື 235,400 ໂຕນ (ເຂົ້າສານ). ໃນນັ້ນ, ໄດ້ສົ່ງເຂົ້າສານອອກຕ່າງປະເທດໄດ້20,829 ໂຕນ, ຄິດເປັນມູນຄ່າ 13,24 ລ້ານໂດລາສະຫະລັດ, ສົ່ງໄປ ສປ ຈີນ, ສສ ຫວຽດນາມ, ສະຫະພາບເອີຣົບ, ສະຫະລັດອາເມລິກາ ແລະ ຣາຊະອານາຈັກໄທ.
ການຜະລິດຊີ້ນ, ປາ ແລະ ໄຂ່ໄດ້ທັງໝົດ 99,901 ໂຕນ, ສະ ເລ່ຍໃສ່ຫົວຄົນ 89.28 ກິໂລ/ຄົນ/ປີ, ປູກມັນຕົ້ນໄດ້ 29,985 ເຮັກຕາ, ເພີ່ມຂຶ້ນຈາກປີກາຍ 4,760 ເຮັກຕາ, ລວມຜົນຜະລິດມັນຕົ້ນໄດ້ປະມານ 629,685 ໂຕນ; ມີເນື້ອທີ່ປູກອ້ອຍ 18,760 ເຮັກຕາ, ໄດ້ຮັບຜົນຜະລິດ 848,200 ໂຕນ, ລື່ນແຜນການ 3.12%, ມີເນື້ອທີ່ປູກຢາງພາລາ 26,780 ເຮັກຕາ, ເນື້ອທີ່ປາດຢາງ 20,565 ເຮັກຕາ,ສະມັດຕະພາບສະເລ່ຍ 1,72 ໂຕນ/ເຮັກຕາ, ຜົນຜະລິດຢາງພາລາກ້ອນໄດ້ 35,988 ໂຕນ, ມີເນື້ອທີ່ປູກກ້ວຍ 13,325 ເຮັກຕາ, ຜົນຜະລິດກ້ວຍໄດ້ 399,750 ໂຕນ.
ທ່ານ ບຸນຍັງ ວໍລະຈິດ ໄດ້ໃຫ້ທິດຊີ້ນໍາ ແລະ ໂອ້ລົມບັນຫາຕ່າງໆຕໍ່ຄະນະພັກ-ຄະນະນຳຂອງແຂວງ, ຊຶ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະນຳຂອງແຂວງສະຫວັນນະເຂດທີ່ໄດ້ສຸມສະຕິປັນຍາ ແລະ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງພັກ ໂດຍໄດ້ສຸມໃສ່ການນຳພາ-ຊີ້ນຳວຽກງານຮອບດ້ານຂອງແຂວງຈົນສາມາດເຮັດໃຫ້ແຂວງສະຫວັນນະເຂດມີໃບໜ້າໃໝ່ອັນພົ້ນເດັ່ນໃນການພັດທະນາທຸກຂົງເຂດ. ຈາກນັ້ນ, ທ່ານອະດີດປະທານປະທານ ໄດ້ໃຫ້ທິດຊີ້ນຳບາງດ້ານ: ໂດຍເນັ້ນໃສ່ການສ້າງເສດຖະກິດເອກະລາດເພິ່ງຕົນເອງເປັນເຈົ້າຕົນເອງໃຫ້ຫຼາຍຂຶ້ນ, ໜັກແໜ້ນໃນການປັບປຸງລະບົບການເມືອງຢູ່ຂັ້ນຮາກຖານ, ເລັ່ງໃສ່ລຶບລ້າງຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ປຸກລະດົມໃຫ້ປະຊາຊົນມີສ່ວນຮ່ວມໃນໂຄງການພັດທະນາພື້ນຖານໂຄງລ່າງ, ຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມຂອງແຂວງໂດຍຕິດພັນກັບຄວາມເປັນເອກະພາບພາຍໃນພັກ, ສ້າງແບບແຜນວິທີເຮັດວຽກຂອງຄະນະພັກແຕ່ລະຂັ້ນໂດຍການປະຕິບັດຕົວຈິງກັບປະຊາຊົນ ແລະ ຮຽນຮູ້ຈາກປະຊາຊົນ.
ພ້ອມນັ້ນ, ທ່ານບຸນຍັງ ໄດ້ໃຫ້ທິດຊີ້ນຳໃນການກະກຽມໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ ແລະ ໄດ້ຖາມເຖິງໂຄງການກໍ່ສ້າງລະບົບຊົນລະປະທານແຫ່ງຕ່າງໆຂອງແຂວງທີ່ຈະເປັນບ່ອນອຳນວຍຜົນໂຫຍດທາງດ້ານແຫຼ່ງນໍ້າໃຫ້ປະຊາຊົນໄດ້ທຳການຜະລິດໃນລະດູແລ້ງ.
ຂ່າວ: ແຂວງສະຫວັນນະເຂດ