ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ(ສນຊ) ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານ ຫຼີລຽງຊ່ວງ ປະທານສະພາການຄ້າ ແຂວງຫູນານ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະໃນວັນທີ 16 ທັນວານີ້, ທີ່ ສນຊ.
ໃນການພົບປະ, ສອງຝ່າຍໄດ້ແຈ້ງສະພາບການພົ້ນເດັ່ນຢູ່ແຕ່ລະປະເທດໃຫ້ກັນຊາບ, ຕີລາຄາການພົວພັນຮ່ວມມື ລາວ- ຈີນ ໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ ໜ້າເພື່ອການຮ່ວມມືສອງຝ່າຍ ໃຫ້ນັບມື້ນັບຈະເລີນງອກງາມຂຶ້ນເລື້ອຍໆ, ໂດຍສະເພາະແມ່ນລັດຖະບານລາວ ໄດ້ຊຸກຍູ້ສົ່ງເສີມນັກລົງທຶນ ແລະ ນັກທ່ອງທ່ຽວຈາກ ສປ ຈີນ ເຂົ້າມາລົງທຶນ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ ໃນປີທ່ອງທ່ຽວລາວ 2024ລັດຖະບານລາວ ໄດ້ມີນະໂຍບາຍຍົກເວັ້ນວີຊາ ໃຫ້ແກ່ນັກທ່ອງທ່ຽວຈາກຕ່າງປະເທດ ລວມທັງ ສປ ຈີນ ທີ່ມີຈຸດປະສົງເຂົ້າມາທ່ອງທ່ຽວລາວເປັນຄະນະ.
ໂອກາດນີ້, ສະພາການຄ້າ ແຂວງຫູນານ ໄດ້ມອບເງິນຈໍານວນ 100 ລ້ານກີບໃຫ້ແກ່ສູນກາງແນວລາວສ້າງຊາດ ນໍາໄປມອບໃຫ້ປະຊາຊົນຢູ່ແຂວງພາກເໜືອທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ໃນໄລຍະຜ່ານມາ.
ທີ່ມາ: ສນຊ




