ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະສິລະປະກອນ ກອງທັບປະຊາຊົນລາວ ເຄື່ອນໄຫວສະແດງສິລະປະ ຢູ່ ສສ ຫວຽດນາມ

Dec 17, 2024

ໃນລະຫວ່າງວັນທີ 10-15 ທັນວາ 2024, ຄະນະສິລະປະ ກອນ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນໂທ ໄຊຊະນະ ສະເຫຼີມສັກ ຮອງຫົວໜ້າກົມໂຄສະນາອົບຮົບ ກົມໃຫຍ່ການ ເມືອງກອງທັບ ໄດ້ນຳພາຄະນະເຄື່ອນໄຫວສະເເດງສີລະປະຢູ່ ສສ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງ ທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ (22 ທັນວາ 1944 – 22 ທັນວາ 2024) ແລະ 35 ປີ ວັນບຸນປ້ອງກັນຊາດທົ່ວປວງຊົນ (22 ທັນວາ 1989 – 22 ທັນວາ 2024) ຢູ່ກອງບັນ ຊາການ ແມ່ທັບ 12 ແລະ ກອງພັນໃຫຍ່ 762, 764 ກອງທັບປະຊາຊົນ ຫວຽດນາມ, ໂດຍການຕ້ອນຮັບຢ່າງອົບອຸ່ນຈາກຄະ ນະພັກ-ຄະນະບັນຊາ ບັນດາກົມກອງ ກອງທັບປະຊາຊົນຫວຽດ ນາມ.
ໃນວັນທີ 10 ທັນວາ 2024, ສະຫາຍ ພັນເອກ ເຈີນ ດາຍ ຖັງ ຮອງຫົວໜ້າການເມືອງ ກອງບັນຊາການ ແມ່ທັບ 12 ກອງທັບປະຊາຊົນ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ຄະນະສິລະປະກອນກອງທັບປະຊາຊົນລາວ ເຂົ້າພົບປະສອງຝ່າຍ ແລະ ໄດ້ລາຍງານແຜນການເຄື່ອນໄຫວສະແດງສິລະປະ ຢູ່ ສສ ຫວຽດນາມ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ ແລະ ວັນບຸນປ້ອງກັນຊາດທົ່ວປວງຊົນ ຄົບຮອບ 35 ປີ, ທັງເປັນການສືບຕໍ່ກໍ່ສ້າງສາຍພົວພັນການຮ່ວມມືວຽກງານດ້ານຕ່າງໆ ເພື່ອຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ລະຫວ່າງ ສອງກອງທັບ ລາວ- ຫວຽດນາມ, ຫວຽດນາມ – ລາວ ດ້ວຍຄວາມຈິງໃຈຮັກແພງສາ ມັກຄີຢ່າງແທ້ຈິງ.
ວັນທີ 13 ທັນວາ 2024, ຄະນະສິລະປະກອນ ກອງທັບປະ ຊາຊົນລາວ ກໍໄດ້ສະແດງສິລະປະຢູ່ ກອງບັນຊາການ ແມ່ທັບ 12 ມີ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ກອງບັນຊາ ການ ແມ່ທັບ 12 ກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມຮັບຊົມ.
ສະຫາຍ ພັນໂທ ໄຊຊະນະ ສະເຫຼີມສັກ ຮອງຫົວໜ້າກົມໂຄ ສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ຫົວໜ້ານໍາພາຄະນະສິລະປະກອນກອງທັບປະຊາຊົນລາວ ໄດ້ກ່າວຕໍ່ພິທີວ່າ: ການ ເຄື່ອນໄຫວຢ້ຽມຢາມ ແລະ ສະແດງຮັບໃຊ້ພະນັກງານ – ນັກຮົບ ກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງຂອງຄະນະສິລະ ປະກອນກອງທັບປະຊາຊົນລາວ ໃນຄັ້ງນີ້ ແມ່ນແນໃສ່ເພີ່ມທະວີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ທາງດ້ານສີລະປະ-ວັດ ທະນະທຳ ທັງເປັນການປະກອບສ່ວນເຂົ້າໃນການສ້າງບັນຍາກາດໃຫ້ເບີກບານມ່ວນຊື່ນ,ເພີ່ມພູນຄູນສ້າງ, ຮັດແໜ້ນຄວາມສາມັກ ຄີລະຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດນາມ, ຫວຽດ ນາມ- ລາວ ທີ່ ປະທານ ໄກສອນ ພົມວິຫານ, ປະທານ ໂຮຈີມິນ ແລະ ປະທານ ສຸພາ ນຸວົງ ໄດ້ສ້າງໄວ້ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ການເຄື່ອນໄຫວສະແດງສິລະປະ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ ແລະ ວັນບຸນປ້ອງກັນຊາດທົ່ວປວງຊົນ ຄົບຮອບ 35 ປີ ຂອງຄະນະສິລະປະ ກອນກອງທັບປະຊາຊົນລາວ ໃນຄັ້ງນີ້ ລວມ 15 ລາຍການ ໃນນີ້ມີ: ບົດເພງຫວຽດນາມ 4 ບົດ; ເພງລາວ 5 ບົດ; ຂັບລຳພື້ນ ເມືອງ 1 ບົດ; ເສບດົນຕີ ພື້ນເມືອງ 1 ບົດ ແລະ ບົດ ຟ້ອນເອກ ກະລາດ 4 ບົດ; ສ່ວນຮູບການສະເເດງມີ ດົນຕີ ຮ້ອງເພງ, ຂັບລໍາ ແລະ ຟ້ອນ ເຊິ່ງເນື້ອໃນການສະແດງ ລ້ວນແຕ່ສະແດງໃຫ້ເຫັນເຖິງນ້ຳໃຈ ມິດຕະພາບອັນເປັນມູນເຊື້ອລະຫວ່າງ ສອງຊາດ ລາວ – ຫວຽດນາມ ທັງເປັນການໂຄສະນາເຜີຍເເຜ່ ສີສັນສີລະປະການສະແດງ ແລະ ວິຖີຊິວິດ ອັນດີງາມຂອງປະຊາຊົນບັນດາເຜົ່າສອງຊາດ, ສອງກອງທັບ ອັນໜັ້ນຄົງທະນົງແກ່ນ ຈະເລີນງອກຊົ່ວກາລະນານ.
ຈາກນັ້ນ, ໃນວັນທີ 14-15 ທັນວາ 2024, ຄະນະສິລະປະກອນກອງທັບປະຊາຊົນລາວ ກໍໄດ້ສືບຕໍ່ເຄື່ອນໄຫວສະແດງສິລະປະ ຢູ່ ກອງພັນໃຫຍ່ 762 ແລະ ກອງພັນໃຫຍ່ 764 ເຊິ່ງມີ ຄະນະພັກ -ຄະນະບັນຊາ, ພະນັກງານ-ນັກຮົບ ເຂົ້າຮ່ວມຮັບຊົມຢ່າງຫຼວງ ຫຼາຍ ແລະ ມີຄວາມເບີກບານຄຶກຄື້ນມ່ວນຊື່ນ.
ທີ່ມາ: ໜັງສືພິມກອງທັບ
May be an image of 1 person and text