ໃນວັນທີ 16 ທັນວາ 2024 ທີ່ຫ້ອງວ່າການແຂວງສະຫວັນນະເຂດ, ທ່ານ ແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ຕ້ອນຮັບທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ບໍລິສັດລ້ານຊ້າງມິເນໂຣນສ໌ຈຳກັດ ໃນໂອກາດທີ່ທ່ານໄດ້ມາມອບເງິນພາສີຊັບພະຍາກອນແຮ່ທາດ ປະຈຳໄຕມາດ 3 ປີ 2024 ຈໍານວນ 4,665,258.55 ໂດລາສະຫະລັດ ໃຫ້ແຂວງສະຫວັນນະເຂດ. ຮັບໂດຍ ທ່ານ ເພັດດາລາ ແກ້ວສາລີ ຫົວໜ້າອາກອນປະຈຳແຂວງສະຫວັນນະເຂດ.
ໂອກາດນີ້, ທ່ານ ແສນສັກ ສຸລິສັກ ແລະ ທ່ານ ສະໝານ ອະເນກາ ໄດ້ພົບປະແລກປ່ຽນ ບັນຫາຕ່າງໆຮ່ວມກັນ ໂດຍສະເພາະແມ່ນການເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຊຶ່ງໃນແຕ່ລະປີ ບໍລິສັດລ້ານຊ້າງມິເນໂຣນສ໌ ຈຳກັດ ກໍແມ່ນບໍລິສັດໜຶ່ງໃນຫຼາຍໆບໍລິສັດທີ່່ໄດ້ດຳເນີນກິດຈະການຂະໜາດໃຫຍ່ຢູ່ແຂວງສະຫວັນນະເຂດ ແລະ ເປັນບໍລິສັດທີ່ມີບົດບາດສຳຄັນໃນການມອບງົບປະມານດ້ານພາສີ ແລະ ອາກອນ ເປັນຈຳນວນຫຼາຍໃຫ້ແຂວງສະຫວັນນະເຂດໃນແຕ່ລະປີ. ຜ່ານມາທາງຄະນະນຳຂອງແຂວງສະຫວັນນະເຂດກໍໄດ້ຊ່ວຍອຳນວຍຄວາມສະດວກໃຫ້ບໍລິສັດໃນຫຼາຍດ້ານ. ໃນນີ້ ລວມທັງການແກ້ໄຂບັນຫາການເວນຄືນທີ່ດິນ ລະຫວ່າງປະຊາຊົນ ແລະ ບໍລິສັດອີກດ້ວຍ.
ທີ່ມາ: ແຂວງສະຫວັນນະເຂດ



