ວັນທີ 17 ທັນວາ 2024 ທີ່ອົງການກາແດງແຫ່ງຊາດລາວ ມີພິທີມອບ-ຮັບລົດຮັບສົ່ງຄົນເຈັບ ຈໍານວນ 2 ຄັນ ຈາກປະເທດ ສ ເກົາຫຼີ ກ່າວມອບໂດຍທ່ານ ຈົງ ມິນ ຄິມ (Jong Min Kim) ອຸປະທູດ ຈາກສາທາລະນະລັດເກົາຫຼີ ປະຈໍາລາວ ກ່າວຮັບທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ມີ ທ່ານ Jae Kwon Jo ຫົວໜ້າອົງການດັບເພິງ ແລະ ກູ້ໄພ ຈາກແຂວງຈີອອງກິ-ໂດ (Gyeonggi-do) ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.
ໂອກາດນີ້ ທ່ານປະທານອົງການກາແດງແຫ່ງຊາດລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈມາຍັງບັນດາທ່ານ ທີ່ໄດ້ລະດົມຂົນຂວາຍ ແລະ ໃຫ້ການຊ່ວຍເຫຼືອ ລົດຮັບ-ສົ່ງຄົນເຈັບ ຈໍານວນ 2 ຄັນ ພ້ອມດ້ວຍອຸປະກອນຮັບໃຊ້ໃນລົດ ດັ່ງກ່າວ ໃຫ້ແກ່ອົງການກາແດງແຫ່ງຊາດລາວຂອງພວກເຮົາໃນຄັ້ງນີ້ ເຖິງແມ່ນວ່າ ລົດຈໍານວນ 2 ຄັນ ດັ່ງກ່າວ ເປັນລົດທີ່ນໍາໃຊ້ແລ້ວ ມູນຄ່າບໍ່ສູງປານໃດກໍຕາມ ແຕ່ ຍັງມີປະໂຫຍດໃນການໃຫ້ບໍລິການແກ່ສັງຄົມ ເປັນການກຽມພ້ອມ ຮັບ-ສົ່ງຄົນເຈັບ ໃຫ້ການຊ່ວຍເຫຼືອ ຜູ້ໄດ້ຮັບອຸປະຕິເຫດຕ່າງໆ ໃຫ້ໄດ້ຮັບການຊ່ວຍເຫຼືອຢ່າງວ່ອງໄວ ທັນເວລາ.
ພ້ອມດຽວກັນ ທ່ານຍັງໄດ້ເໜີໃຫ້ຮູ້ຕື່ມວ່າ: ອົງການກາແດງແຫ່ງຊາດລາວ ເຊິ່ງເປັນອົງການຊ່ວຍລັດຖະບານ ໃນວຽກງານມະນຸດສະທໍາ ຍັງເຮັດໜ້າທີ່ໃນການຊ່ວຍເຫຼືອບັນເທົາທຸກຜູ້ໄດ້ຮັບຜົນກະທົບຈາກໄພພິບັດ ສົ່ງເສີມສຸຂະອານາໄມ ສົ່ງເສີມສຸຂະພາບຜູ້ສູງອາຍຸ ປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ແລະ ເຄື່ອນໄຫວກິດຈະກໍາອາສາສະໝັກກາແດງ ເຊິ່ງໄລຍະຜ່ານມາ ອົງການກາແດງ ສ ເກົາຫຼີ ກໍໄດ້ສະໜັບສະໜູນອົງການກາແດງແຫ່ງຊາດລາວ ໃນການກະກຽມຄວາມພ້ອມ ແລະ ຮັບມືກັບໄພພິບັດ ວຽກງານເລືອດ ດ້ວຍການສະໜອງອຸປະກອນ ແລະ ລົດຮັບບໍລິຈາກເລືອດ ພ້ອມກັນນັ້ນ ກໍໄດ້ຮ່ວມກັນແລກປ່ຽນກິດຈະກໍາອາສາສະໝັກຊາວໜຸ່ມກາແດງ ໃນລະດັບມັດທະຍົມ ແລະ ມະຫາວິທະຍາໄລໃນແຕ່ລະປີ ເພື່ອຊ່ວຍເຫຼືອ ສ້ອມແປງໂຮງຮຽນໃນເຂດຫ່າງໄກສອກຫຼີກ ແລະ ພວກເຮົາ ກໍພ້ອມຈະຮັບການສະໜັບສະໜູນ ໃຫ້ການຮ່ວມມື ໃນການປະຕິບັດວຽກງານ ຮ່ວມກັບສະຖານທູດເກົາຫຼີ ປະຈໍາລາວ ກໍຄືບັນດາອົງການຈັດຕັ້ງຈາກ ສ ເກົາຫຼີ ເພື່ອເຮັດໃຫ້ການຊ່ວຍເຫຼືອດ້ານມະນຸດສະທໍາ ໃນ ສປປ ລາວ.
ທີ່ມາ: ວຽງຈັນໃໝ່





