ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

4 ແຂວງພາກກາງ ລາຍງານສະພາບການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຮາກຖານການເມືອງ

Dec 17, 2024

ກອງປະຊຸມສ່ອງແສງລາຍງານສະພາບການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ປະຈໍາປີ 2024 ແລະ ທິດທາງແຜນການ 2025 ຂອງ 4 ແຂວງພາກກາງ (ໄຊສົມບູນ, ນະຄອນຫຼວງ, ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ) ໄດ້ຈັດຂຶ້ນໃນວັນທີ 17 ທັນວາ 2024 ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊສົມບູນ ໂດຍການເປັນປະທານຂອງ ທ່ານ ນາງ ໃບຄູນ ສົມບັດດວງ ຫົວໜ້າກົມທ້ອງຖິ່ນ-ຮາກຖານ ຫ້ອງວ່າການສູນກາງພັກ, ມີຄະນະຫ້ອງວ່າການ ຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ 4 ແຂວງ ພ້ອມດ້ວຍຄະນະເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ຮັບຟັງການຜ່ານບົດລາຍງານຫຍໍ້ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ປີ 2024 ແລະ ທິດທາງແຜນການ 2025 ຈາກ 4 ແຂວງ ຊຶ່ງໃນນັ້ນບັນດາແຂວງໄດ້ລາຍງານຄືນ ການຈັດຕັ້ງປະຕິບັດວຽກງານຂອງຕົນໃນໄລຍະໜຶ່ງປີຜ່ານມາ. ສໍາລັບແຂວງໄຊສົມບູນ ຄະນະພັກຄະນະນຳຂອງແຂວງ, ເມືອງ ໄດ້ໃຫ້ຄວາມສຳຄັນກັບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ, ຖືເປັນວຽກງານຍຸດທະສາດຂອງແຂວງ ທີ່ສອດຫ້ອຍເຂົ້າກັບທຸກຂົງເຂດວຽກງານຂອງອົງການຈັດຕັ້ງພັກ-ລັດ ຊຶ່ງພາຍຫຼັງໄດ້ມີການສ້າງຕັ້ງແຂວງເປັນຕົ້ນມາ ຄະນະນຳຂອງແຂວງກໍໄດ້ສົມທົບກັບສອງກຳລັງ ເພື່ອກຳນົດເປົ້າໝາຍບ້ານຫຼໍ່ແຫຼມຂອງການຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ໂດຍເນັ້ນໜັກໃສ່ພາກແຜນການ ໃຫ້ເຊື່ອມຊຶມ ແລະ ປະຕິບັດຕາມ 4 ເອກະສານ ພ້ອມນີ້ ການລົງຮາກຖານການເມືອງ ແມ່ນແນໃສ່ 2 ຮູບແບບຄື: ບັນດາພະແນກການຂອງແຂວງ ແລະ ເມືອງ ແຮກສ່ຽວກັບບ້ານ ແລະ ການຫັນເອົາພະນັກງານລົງກໍ່ສ້າງຮາກຖານ.
ໂອກາດນີ້, ຜູ້ແທນກອງປະຊຸມກໍໄດ້ມີຄຳເຫັນເຈາະຈິ້ມ ແລະ ປະກອບຄຳຄິດຄຳເຫັນ ເພື່ອເປັນການແລກປ່ຽນ, ຖອດຖອນບົດຮຽນຊຶ່ງກັນ ແລະ ກັນ ພອ້ມທັງກຳໄດ້ຈຸດດີຈຸດອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ສາມາດນຳເອົາຂໍ້ຄົງຄ້າງໄປປັບປຸງແກ້ໄຂວຽກງານດັ່ງກ່າວໃຫ້ດີຂຶ້ນໃນປີຕໍ່ໆໄປ ຄຽງຄູ່ກັນນັ້ນການລົງກໍ່ສ້າງຮາກຖານການເມືອງ ກໍຄືການປະຕິບັດຄຳສັ່ງແນະນຳຕ່າງໆຂອງພັກ, ອັນໄດ້ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມໄດ້ຮັບຄວາມສະຫງົບປອດໄພ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໄດ້ຮັບການປັບປຸງ, ສາມາດສ້າງໄດ້ປັດໃຈທີ່ເປັນພື້ນຖານຈຳນວນໜຶ່ງໃຫ້ແກ່ການພັດທະນາປະເທດຊາດໃນຕໍ່ໜ້າ ໃຫ້ດີຂຶ້ນເທື່ອລະກ້າວ.
ຂ່າວ: ຈີເຍ່ຍເກັ່ງມົວ ຊົວໂກ້
May be an image of 7 people, dais and text