ການເເຂ່ງຂັນກິລາຫມາກເເລ້ ໃນງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ 7 ທີ່ເເຂວງສາລະວັນຮັບກຽດເປັນເຈົ້າພາບເລີ່ມຂຶ້ນໃນຕອນເຊົ້າວັນທີ 17.12.24 ຢູ່ເດີ່ນກິລາໃນຮົ່ມໂຮງຮຽນມັດທະຍົມສົມບູນ ອົງເເກ້ວ ເມືອງສາລະວັນ
ການເເຂ່ງຂັນຄັ້ງນີ້ ມີນັກກິລາຈາກ 13 ເເຂວງ ເເລະ ນະຄອນຫລວງວຽງຈັນເຂົ້າຮ່ວມຄື: ເເຂວງວຽງຈັນ, ຫລວງພະບາງ,ໄຊຍະບູລີ,ຫົວພັນ,ຫລວງນໍ້າທາ,ບໍ່ເເກ້ວ,ຜົ້ງສາລີ,ອຸດົມໄຊ,ຄໍາມ່ວນ,ສະຫວັນນະເຂດ,ສາລະວັນເຈົ້າພາບ,ຈໍາປາສັກ,ເຊກອງ ແລະ ເເຂວງອັດຕະປື ມີການຊີງໄຊ 12ຫລຽນຄໍາ,12 ຫລຽນເງີນ ເເລະ 12 ຫລຽນທອງ. ການເເຂ່ງຂັນຈະດໍາເນີນໄປຮອດວັນທີ 20 ທັນວາ ຈື່ງສໍາເລັດ.
ຂ່າວ: ເດດອາລຸນ ແກ້ວວິໄລ





