ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການປັບປຸງ-ສ້ອມແປງທາງ 18 ເສັ້ນໃນນະຄອນຫຼວງວຽງຈັນ ເພື່ອຕ້ອນຮັບກອງປະຊຸມສຸດຍອດອາຊຽນ 18 ໂຄງການ ສຳເລັດ 99.3%

Dec 18, 2024

ໃນໂອກາດລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນຕອນເຊົ້າຂອງວັນທີ 16 ທັນວາ 2024, ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຍົກໃຫ້ເຫັນຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານ ການປັບປຸງ ແລະ ຍົກລະດັບໂຄງລ່າງພື້ນຖານ ແລະ ຂົນສົ່ງໃນນະຄອນຫລວງວຽງຈັນ ໃນປີ 2024 ວ່າ: ນະຄອນຫຼວງວຽງຈັນເອົາໃຈໃສ່ສ້ອມແປງ ແລະ ກໍ່ສ້າງບັນດາເສັ້ນທາງ ໃນ ນະຄອນຫຼວງວຽງຈັນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການສັນຈອນ, ກໍ່ສ້າງ ແລະ ສ້ອມແປງເສັ້ນທາງຮ່ອມ 6 ເມືອງ ໃນເທດສະບານນະຄອນຫຼວງວຽງຈັນ ໂດຍຮ່ວມມືກັບ ກົມຊ່າງແສງ, ກະຊວງ ປ້ອງກັນປະເທດ ຈໍານວນ 108 ເສັ້ນທາງ ລວມລວງຍາວ 50.31 ກິໂລແມັດ, ມາ ຮອດປັດຈຸບັນແມ່ນ ມີຄວາມຄືບໜ້າ 49.9%.
ທ່ານໄດ້ຍົກໃຫ້ເຫັນ ຕື່ມວ່າ: ວຽກກໍ່ສ້າງປັບປຸງ, ສ້ອມແປງບັນດາເສັ້ນທາງ ໃນນະຄອນຫຼວງວຽງຈັນ ເພື່ອຕ້ອນຮັບກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບ ປີ 2024 ຈໍານວນ 18 ໂຄງການ ລວງຍາວ 33.27 ກິໂລແມັດ ສຳເລັດ 99.3% .