ພິທີເປີດງານບຸນນະມັດສະການພຣະທາດຫຼວງປູ່ໂຫ ປະຈໍາປີ 2024 ໄດ້ຈັດຂຶ້ນໃນຕອນບ່າຍວັນເສົາ ທີ 14 ທັນວາ 2024 ນີ້ ທີ່ວັດໂພໄຊສີມຸງຄຸນ ບ້ານດ່ານນາເລົາ ເມືອງລະຄອນເພັງ, ຝ່າຍສົງ ມີພະອາຈານ ບຸນເລີດ ສີສຸລາດ ປະທານ ອພສ ເມືອງ, ພະອາຈານ ແກ້ວ ສີປະເສີດ ເຈົ້າອະທິການວັດ ໂພໄຊສີມຸງຄຸນບ້ານດ່ານນາເລົາ ພ້ອມດ້ວຍຄະນະສົງ-ພະສົງ, ປະຊາຊົນ ແລະ ມວນ ຊົນເຂົ້າຮ່ວມ.
ໃນພິທີເປີດງານ ໄດ້ມີຂະບວນແຫ່ຜາສາດເຜິ້ງ, ຕົ້ນເງິນ, ແລະ ຂະບວນສິລະປະ ເຂົ້າສູ່ວັດ, ຮັບຟັງບົດລາຍງານການກະ ກຽມ-ປະຫວັດຄວາມເປັນມາຂອງພຣະທາດຫຼວງປູ່ໂຫ ເຊິ່ງການຈັດງານນະມັດສະການພຣະທາດຫຼວງປູ່ໂຫ ເປັນປະເພນີອັນດີ ງາມ ທີ່ປະຕິບັດມາຕັ້ງແຕ່ອະດີດຈົນມາຮອດປະຈຸບັນຂອງຊາວ ບ້ານ ໂດຍອົງພຣະທາດໄດ້ຮັບການສ້າງຂຶ້ນໃນປີ 2015 ແລະ ສໍາເລັດໃນປີ 2018 ເລີ່ມແຕ່ປີ 2019 ເປັນຕົ້ນມາຈຶ່ງໄດ້ຈັດພິທີສະເຫຼີມສະຫຼອງ ແລະຈັດງານມາຢ່າງຕໍ່ເນື່ອງ ໂດຍມີຄະນະ ອພສ ເມືອງ, ຄະນະນຳຂັ້ນເມືອງ ກໍຄືຂະແໜງການທີ່ກ່ຽວຂ້ອງ ຕະ ຫຼອດຮອດພໍ່ແມ່ປະຊາຊົນຊາວພຸດເຂົ້າຮ່ວມພິທີໃນແຕ່ລະປີຢ່າງຫຼວງຫຼາຍ, ຈຸດປະສົງເພື່ອເປັນການເຜີຍແຜ່ ແລະ ປົກປັກ ຮັກສາວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດໄວ້ໃຫ້ໝັ້ນຄົງຍືນຍົງຕະຫຼອດໄປ ເສີມສ້າງຈິດສຳນຶກໃຫ້ຜູ້ມາທ່ຽວຊົບໄດ້ກາບໄຫວ້ສັກກະລະບູຊາ, ລະລຶກເຖິງຄຸນຍາມຄວາມດີຂອງຫຼວງປູ່ໂຫ ທັງສ້າງຄວາມຮັກຄວາມສາມັກຄີລະຫວ່າງອົງການຈັດ ຕັ້ງຂັ້ນເມືອງ-ຂັ້ນບ້ານ ລວມທັງບ້ານອ້ອມຂ້າງ ໂດຍກໍານົດຈັດ ງານແມ່ນເລີ່ມແຕ່ມື້ອອກໃໝ່ 13-15 ຄ່ໍ່າເດືອນຈຽງຂອງທຸກໆປີ ສຳລັບບຸນນະມັດສະການພະທາດຫຼວງປູ່ໂຫປີນີ້ ແມ່ນກົງກັບວັນ ທີ 13-15 ທັນວາ 2024 ພາຍໃນງານແມ່ນມີຫຼາຍກິດຈະກໍາ ທັງພາຍໃນ ແລະ ພາຍນອກເປັນຕົ້ນ: ຂະບວນແຫ່ຜະສາດເຜິ້ງ- ຕົ້ນເງິນ, ສູດປະລິຕະມຸງຄຸນ, ພິທີຕັກບາດຖວາຍສັງຄະທານ, ສ່ຽງໂຊກສ່ຽງຊີ, ກາບໄຫວ້ບູຊາ, ມີມະຫໍລະສົບຄົບງັນລຳເລື່ອງ-ວົງດົນຕີ, ການອອກຮ້ານຈຳໜ່າຍສິນຄ້າ ແລະອື່ນໆ.
ທີ່ມາ: ສື່ມວນຊົນລະຄອນເພັງ








