ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປູກພືດຜັກໃນເຮືອນຮົ່ມແບປະສົມປະສານສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ

Dec 18, 2024

ອົງການອາຫານໂລກໄດ້ສົ່ງເສີມ ແລະ ສ້າງກຸ່ມຊາວກະສິກອນເພື່ອຜະລິດກະສິກໍາຢູ່ຄົວເຮືອນ ເພື່ອປະກອບສ່ວນເຂົ້າໂຄງການອາຫານທ່ຽງໃນໂຮງຮຽນໃຫ້ມີຄວາມຍືນຍົງ ໂດຍໄດ້ສ້າງກຸ່ມສວນຄົວປູກຜັກ ກຸ່ມລ້ຽງປາ ແລະ ກຸ່ມລ້ຽງໄກ່ພັນໄຂ່ເຊິ່ງຜົນຜະລິດທີ່ໄດ້ແມ່ນປະກອບສ່ວນເຂົ້າໃນໂຄງການອາຫານທ່ຽງ 30%.
ທ່ານ ຫອມ ແກ້ວປະເສດີ ອາຊີບຊາວກະສິກອນຢູ່ບ້ານນາຊຽງດີ ເມືອງຮຸນ ແຂວງອຸດົມໄຊ ໜຶ່ງໃນຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອຂອງອົງການອາຫານໂລກ ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ ໄລຍະຜ່ານມາຄອບຄົວຂອງຕົນໄດ້ຮັບການຊ່ວຍເຫຼືອຈາກໂຄງການພັດທະນາຊົນນະບົດ ໂດຍສົ່ງເສີມໃຫ້ປູກຜັກໃນເຮືອນຮົ່ມເຊິ່ງໄດ້ຮັບອຸປະກອນການສ້າງເຮືອນຮົ່ມ ຕໍ່ມາໄດ້ຮັບການຊ່ວຍເຫຼືອຈາກອົງການອາຫານໂລກໂດຍໄດ້ຮັບທຶນ 1.600.000 ກີບ ເພື່ອສ້າງເຮືອນຮົ່ມປູກພືດຜັກ ເຊິ່ງສ້າງຂຶ້ນໄດ້ 3 ປີ ການປູກພືດໃນເຮືອນຮົ່ມສ້າງຜົນດີຫຼາຍຢ່າງເປັນຕົ້ນແມ່ນສາມາດປູກພືດໄດ້ທຸກລະດູ ຫຼັງຈາກຜະລິດໄດ້ແລ້ວກໍໄດ້ນຳມາຈຳໜ່າຍພາຍໃນບ້ານສ້າງລາຍໄດ້ປະມານ 3 ລ້ານກີບຕໍ່ເດືອນ ໄລະຜ່ານມາຍັງບໍ່ສາມາດຜະລິດໄດ້ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ ດັ່ງນັ້ນ ຈຶ່ງຢາກຂະຫຍາຍອອກຕື່ມອີກ ພໍດີມາໃນໄລຍະກາງປີນີ້ໂຄງການອາຫານໂລກໄດ້ເອົາທຶນການສ້າງເຮືອນຮົ່ມໃຫ້ຕື່ມອີກ ໃນນັ້ນຕົນເອງໄດ້ຮັບເອົາອີກ 2 ຫຼັງ ພາຍຫຼັງທີ່ໄດ້ຮັບການຊ່ວຍເຫຼືອຈາກໂຄງການແລ້ວເຮັດໃຫ້ຄອບຄົວມີລາຍຮັບຈາກການຈຳໜ່າຍຜົນຜະລິດຂຶ້ນຕື່ມນອກຈາກການເຮັດໄຮ່ເຮັດສວນ.
ທ່ານນາງ ແດງ ແກ້ວປະເສີດ ເຊິ່ງເປັນຄອບຄົວດຽວກັນກັບທ່ານ ທ່ານ ຫອມ ແກ້ວປະເສດ ສຳລັບທ່ານນາງ ແດງ ໄດ້ຮັບໂຄງການຊ່ວຍເຫຼືອຂອງອົງການອາຫານໂລກໃນການສົ່ງເສີມແມ່ຍິງ ເຊິ່ງທ່ານໄດ້ເລ່າສູ່ຟັງວ່າ ການໄດ້ຮັບໂຄງການຊ່ວຍເຫຼືອດັ່ງກ່າມີຄວາມດີໃຈຫຼາຍເພາະວ່າສາມາດສ້າງລາຍໄດ້ໃຫ້ແກ່ຄອບຄົວ ອີກຢ່າງໜຶ່ງຕົນເອງກໍເປັນຄົນມັກດ້ານກະສິກຳຢູ່ແລ້ວ ແຕ່ລະປີກະໄດ້ປູເພື່ອບໍລິໂພກໃນຄອບຄົວແຕ່ບໍ່ໄດ້ເປັນສິນຄ້າ ເບື້ອງຕົ້ນໂຄງການໄດ້ສ້າງເຮືອນຮົ່ມ ສະໜອງອຸປະກອນເຮັດສວນໃຫ້ພາຍຫຼັງທີ່ໄດ້ຮັບໂຄງການແລ້ວສາມາດປູກພືດຜັກໄດ້ທຸກລະດູ ປູກໄດ້ຫຼາຍກາຍສິນຄ້າໄດ້ມີລາຍໄດ້ເຂົ້າສູ່ຄອບຄົວເຮັດໃຫ້ເສດຖະກິດຄອບຄົວດີຂຶ້ນເລື້ອຍໆ ພາຍໃນສວນແມ່ນປູກພືດໝູນວຽນເຊັ່ນ ປູກໝາກເຂືອ ໝາກເຜັດ ໝາກຖົ່ວ ກະຫຼໍ່າປີ ຜັກກາດ ຜັກສະຫຼັດ ຫອມຕ່າງໆ ພາຍຫຼັງຜະລິດໄດ້ແລ້ວກຳມາຈຳໜ່າຍພາຍໃນບ້ານ ສ້າງລາຍຮັບໄດ້ປີ 1 ລາຍລ້ານກີບ.
ນອກຈາກນີ້ກໍໄດ້ປະກອບສ່ວນເຂົ້າໃນໂຄງການອາຫານທ່ຽງໃນໂຮງຮຽນ 30% ຂອງຜົນຜະລິດພາຍໃນສ່ວນ ສະເລ່ຍປີ 1 ປະມານ 30-40 ກິໂລ ການປະກອບສ່ວນເຂົ້າໃນໂຄງການອາຫານທ່ຽງໃນ ເປັນຄວາມພາກພູມໃຈອີກອັນໜຶ່ງເພາະລູກຫຼານໄດ້ກິນອີ່ມ ກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ແລະ ຍັງເປັນການສ້າງໃຫ້ໂຄງການອາຫານທ່ຽງໃນໂຮງຮຽນມີຄວາມຍືນຍົງອີກດ້ວຍ.
ທີ່ມາ: ວຽງຈັນໃໝ່