ເພື່ອເປັນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ກໍຄື ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ, ໂດຍ ສະເພາະ ແມ່ນລະຫວ່າງເອື້ອຍນ້ອງແມ່ຍິງຂອງສອງກະຊວງການ ຕ່າງປະເທດ ລາວ ແລະ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ຄະນະຜູ້ແທນສະຫະພັນແມ່ຍິງກະຊວງການຕ່າງປະ ເທດ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມເຮັດວຽກ ແລະແລກປ່ຽນບົດຮຽນ ທີ່ ສປປ ລາວ ໃນລະຫວ່າງວັນທີ 16-18 ທັນວາ 2024.
ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 16 ທັນວາ 2024, ທີ່ ກະຊວງ ການຕ່າງປະເທດ ສປປ ລາວ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ອາລຸນີ ກົມມະສິດ, ພັນລະຍາຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ ທັງເປັນປະທານກິດຕິມະສັກກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ ແລະ ທ່ານ ນາງ ຫວູ ທິ ບິກ ຫງ໋ອກ, ພັນລະຍາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ, ປະທານກິດຕິມະສັກກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງຮ່າໂນ້ຍ, ມີ ທ່ານ ນາງ ວາດ ສະໜາ ພົມວິຫານ, ພັນລະຍາລັດຖະມົນຕີກະຊວງການ ຕ່າງປະ ເທດ; ທ່ານ ນາງ ໄກມະນີ ອໍລະບູນ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງການ ຕ່າງປະເທດ ສປປ ລາວ, ທ່ານ ນາງ ເລ ທິ ຮົ່ງ ເວິນ, ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ສສ ຫວຽດນາມ, ພ້ອມດ້ວຍຄະນະສະຫະພັນແມ່ຍິງຂອງສອງກະຊວງການ ຕ່າງປະເທດລາວ ແລະ ຫວຽດນາມ ເຂົ້າຮ່ວມ.
ໃນການພົບປະ, ຝ່າຍລາວ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງ ຝ່າຍຫວຽດນາມ, ພ້ອມທັງແຈ້ງໃຫ້ຊາບເຖິງຜົນສໍາເລັດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ແລະ ບັນດາກອງປະຊຸຸມສຸດຍອດກ່ຽວຂ້ອງ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ໂດຍສະເພາະ ການປະກອບສ່ວນຢ່າງຫ້າວຫັນຂອງເອື້ອຍນ້ອງແມ່ຍິງ. ພ້ອມກັນນີ້, ສອງຝ່າຍ ໄດ້ເປັນເອກະພາບຕີລາຄາສູງ ຕໍ່ການພົວພັນຮ່ວມມືຂອງແມ່ຍິງສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ຊຶ່ງກົນໄກການ ພົບປະແລກປ່ຽນບົດຮຽນປະຈໍາປີຂອງແມ່ຍິງສອງກະຊວງ ຖືເປັນກົນໄກອັນສໍາຄັນສ້າງເງື່ອນໄຂໃຫ້ແກ່ແມ່ຍິງສອງກະຊວງ ໄດ້ພົບປະເພື່ອສ້າງຄວາມສະໜິດສະໜົມ ແລະ ແລກປ່ຽນບົດຮຽນນໍາກັນຢ່າງເປັນປະຈໍາ ທັງໃນວຽກແມ່ຍິງ, ວຽກສ້າງຄວາມເຂັ້ມ ແຂງໃຫ້ແກ່ແມ່ຍິງ, ວຽກງານການທູດ ແລະ ອື່ນໆ. ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ເພື່ອວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ, ລວມເຖິງເພື່ອສືບຕໍ່ຜັນຂະຫຍາຍເນື້ອໃນຈິດໃຈທີ່ສອງຝ່າຍໄດ້ປຶກສາກັນ ໃຫ້ປະກົດຜົນເປັນຈິງ ໂດຍສະເພາະແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ.
ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ທ່ານ ນາງ ຫວູ ທິ ບິກ ຫງ໋ອກ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ນາລີ ສີສຸລິດ, ພັນລະຍາເລຂາທິຫານໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ອາລີ ວົງໜໍ່ບຸນທຳ, ປະທານສູນກາງສະຫະພັນແມ່ຍິງລາວ. ນອກຈາກນັ້ນ, ຄະນະຍັງໄດ້ເດີນທາງໄປຢ້ຽມຢາມແຂວງຈໍາປາສັກ, ພົບປະກັບ ພັນລະຍາເຈົ້າແຂວງ ແລະ ຄະນະສະຫະພັນແມ່ຍິງແຂວງຈໍາປາສັກ, ທ່ຽວຊົມສະຖານທີ່ທ່ອງທ່ຽວ ທີ່ສໍາຄັນຂອງແຂວງຈໍາປາສັກ ເປັນຕົ້ນແມ່ນ ຜາສາດຫີນວັດພູຈໍາປາສັກ ອີກດ້ວຍ.
ທີ່ມາ: ກົມການຂ່າວ, ກະຊວງການຕ່າງປະເທດ







