ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສອງກອງທັບ ລາວ-ຣັດເຊຍ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

Dec 18, 2024

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນ ສອງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ ຈັດຂຶ້ນໃນວັນທີ 17 ທັນວາ 2024 ທີ່ກະຊວງປ້ອງກັນປະເທດ ໂດຍມີທ່ານ ພົນຈັດຕະວາ ຟອງສະໝຸດ ພົນທິລາດ ຫົວໜ້າກົມເຕັກນິກເຫລົ່າຮົບ ກົມໃຫຍ່ເຕັກນິກກອງທັບ, ທ່ານ ພັນເອກ ອາເລັກເຊ ໂປຣໂຄຣົບ ວິຊາການເອກ ຂອງກົມໃຫຍ່ຮ່ວມມືດ້ານການທະຫານສາກົນ ກະຊວງປ້ອງກັນປະເທດຣັດເຊຍ ເນື່ອງໃນໂອກາດທີ່ຄະນະຜູ້ແທນຣັດເຊຍ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-21 ທັນວາ 2024.
ໃນການພົບປະໃນຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານ ແລະ ໄດ້ຮັບການສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງສອງກອງທັບ ລາວ-ຣັດເຊຍ ໃຫ້ນັບມື້ແໜ້ນແຟ້ນຈະເລີນງອກງາມຍິ່ງໆຂຶ້ນ, ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ຕີລາຄາຄືນເຖິງຜົນສຳເລັດ ຂອງການຮ່ວມມືທາງດ້ານທະຫານໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ.
ໂອກາດນີ້, ທ່ານ ພົນຈັດຕະວາ ຟອງສະໝຸດ ພົນທິລາດ ກໍໄດ້ສະແດງຄວາມຮູ້ບຸນຄຸນຢ່າງສູງ ມາຍັງລັດຖະບານ ກໍຄືກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລ້ຳຄ່າ ແກ່ ສປປ ລາວ ກໍຄືກອງທັບປະຊາຊົນລາວ ໃນຫລາຍດ້ານ ຕະຫລອດໄລຍະຜ່ານມາ ເປັນຕົ້ນ ການສ້າງພະນັກງານ-ນັກຮົບ ຂະແໜງການຕ່າງໆ ຢູ່ບັນດາໂຮງຮຽນ ຂອງກະຊວງປ້ອງກັນປະເທດ ສ ຣັດເຊຍ, ການຊ່ວຍເຫລືອພາຫະນະເຕັກນິກ ທາງດ້ານການທະຫານ ແລະ ດ້ານອື່ນໆ ເຊິ່ງເປັນການປະກອບສ່ວນ ເຂົ້າໃນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືສ້າງກອງທັບປະຊາຊົນລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ ເປັນກ້າວໆ.
ຂ່າວ-ພາບ: ນົກ ບຸນມາເລີດ