ພິທີໃສ່ບາດອຸທິດສ່ວນກຸສົນລະນຶກບຸນຄຸນພຣະເຈົ້າໄຊຍະເຊດຖາທິລາດ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 18 ທັນວາ 2024, ກົງກັບ ແຮມ 3 ຄໍ່າເດືອນຈຽງ ພສ 2567, ທີ່ອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ບ້ານຫາດຊາຍຂາວ ເມືອງໄຊເສດຖາ ໂດຍມີທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປືພ້ອມດ້ວຍບັນດາການນໍາພັກ-ລັດ ແລະ ມວນຊົນ ຊາວແຂວງອັດຕະປື ໄດ້ຮ່ວມໃສ່ບາດຢ່າງຫຼວງຫຼາຍ.
ງານສ້າງບຸນກຸສົນລະນຶກບຸນຄຸນພຣະເຈົ້າໄຊຍະເຊດຖາທິຣາດ ຖືເປັນປະເພນີອັນດີງາມ ແລະ ເປັນປາງບຸນໃຫຍ່ ທີ່ໄດ້ຈັດຂື້ນທຸກໆປີ ຂອງປະຊາຊົນບັນດາເຜົ່າຊາວແຂວງອັດຕະປື ທີ່ສືບທອດ ແລະ ປະຕິບັດກັນມາແຕ່ບູຮານນະການ ເຊິ່ງພິທີການຕັກບາດ ຖວາຍສັງຄະທານ ແດ່ພຣະສົງ ອຸທິດສ່ວນບູນກຸສົນ ໃຫ້ໄປຮອດໄປເຖີງດວງວິນຂອງພຣະອົງ ແລະ ບັນດານເຫລົ່າທະຫານກ້າ ແລະ ບໍລິວານຂອງພຣະອົງ ທີ່ໄດ້ອຸທິດເພື່ອປະເທດ ຊາດ ເຊິ່ງການສ້າງບຸນກຸສົນເພື່ອເປັນການເຊີດຊູ ແລະ ຍົກຍ້ອງຄຸນງາມຄວາມດີຂອງ ພຣະອົງ ທີ່ເປັນເຈົ້າຊີວິດລາວອີກອົງໜຶ່ງ, ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ໃນປະຫັວດສາດ ພຣະ ອົງເອງກໍ່ເຄີຍມາຢ້ຽມຢາມ, ຍົກທັບມາປາບກະບົດ ແລະ ດຳລົງຊີວິດ ຢູ່ທີ່ແຂວງອັດຕະປື ເຊິ່ງໃນເມື່ອກ່ອນ ດີນແດນຕອນນີ້ ໄດ້ມີຊື່ວ່າ ເມືອງຣາມະລັກອົງການ ພະອົງໄດ້ອາໃສຢູ່ດິນດອນແຫ່ງນີ້ຈົນຮອດເວລາສຸດທ້າຍຂອງຊີວິດເພີ່ນ, ດັ່ງນັ້ນ ເພື່ອເປັນການສັນລະເສີນຄຸນງາມຄວາມດີ ຂອງພຣະອົງທີ່ມີຕໍ່ຊາດ, ຕໍ່ພີ່ນ້ອງຊາວລາວກໍ່ຄືພີ່ນ້ອງຊາວແຂວງອັດຕະປື ແລະ ພີ່ນ້ອງຊາວລາວທົ່ວປະເທດ ທີ່ຍັງນັບຖືໄດ້ສັກກາລະບູຊາສືບທອດຮ່ອງຮອຍປະຫວັດສາດນີ້ສືບຕໍ່ໄປ.
ໃນໂອກາດດັ່ງກ່າວ, ພາຍຫຼັງສໍາເລັດພິທີຕັກບາດຖະຫວາຍສັງຄະທານແລ້ວ ບັນການນໍາຂອງແຂວງ, ແຂກຖືກເຊິນ ພ້ອມ ດ້ວຍມວນຊົນ ກໍ່ໄດ້ເຂົ້າຮ່ວມຮັບຊົມການກິດຈະກຳແຂ່ງຂັນຊ່ວງເຮືອປະເພນີ ສືບສານຕາມຕຳນານຂອງພະເຈົ້າໄຊຍະເຊດຖາທິລາດ ໄດ້ນຳພາສືບທອດກັນມາອີກດ້ວຍ.
ຂ່າວ: ໄພບູນ






