ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈລະຈາຮ່າງສົນທິສັນຍາ ການສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງ ລາວ-ສ ເກົາຫລີ ຮອບ 2

Dec 18, 2024

ໂດຍສືບຕໍ່ຜົນການເຈລະຈາຂອງສົນທິສັນຍາ ວ່າດ້ວຍການຮ່ວມມື ລະຫວ່າງປະເທດທາງອາຍາ ແລະ ສົນທິສັນຍາ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງ ສປປ ລາວ-ສ ເກົາຫລີ ຮອບທີ 1 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-7 ພະຈິກ 2024 ຜ່ານມາ, ໃນລະຫວ່າງວັນທີ 18-19 ທັນວາ 2024 ນີ້, ອົງການໄອຍະການປະຊາຊົນສູງສຸດ ໄດ້ສືບຕໍ່ຈັດກອງປະຊຸມເຈລະຈາ ສົນທິສັນຍາ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງ ສປປ ລາວ-ສ ເກົາຫລີ ຜ່ານກອງປະຊຸມທາງໄກ ຮອບທີ 2 ໂດຍມີທ່ານ ສຸດສະກະ ບຸນມານິດ ຫົວໜ້າກົມແຜນການ ແລະ ຮ່ວມມືກັບຕ່າງປະເທດ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງວ່າການສໍານັກງານປະທານປະເທດ, ສໍານັກງານນາຍົກລັດຖະມົນຕີ, ສະພາແຫ່ງຊາດ, ກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ສານປະຊາຊົນສູງສຸດ, ກະຊວງຍຸຕິທໍາ ແລະ ຜູ້ຕາງໜ້າຈາກ ກະຊວງການຕ່າງປະເທດ, ກະຊວງຍຸຕິທໍາ, ອົງການໄອຍະການສູງສຸດ ສ ເກົາຫລີ ແລະ ສະຖານເອກອັກຄະລັດຖະທູດ ເກົາຫລີ ປະຈໍາ ລາວ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້, ທັງສອງຝ່າຍໄດ້ສືບຕໍ່ຄົ້ນຄວ້າ ປຶກສາຫາລື ແລະ ແລກປ່ຽນຄໍາເຫັນ ກ່ຽວກັບ ຮ່າງສົນທິສັນຍາດັ່ງກ່າວ ຢ່າງກົງໄປກົງມາ ແລະ ໄດ້ມີຄວາມເປັນເອກະພາບກັນໂດຍພື້ນຖານ ໃນຫລາຍບັນຫາສໍາຄັນ ເຊິ່ງໄດ້ເຮັດໃຫ້ຮ່າງສົນທິສັນຍາສະບັບນີ້ ມີຄວາມຄົບຖ້ວມ, ສົມບູນ ແລະ ສອດຄ່ອງກັບກົດໜາຍ ພາຍໃນຂອງສອງປະເທດ, ເພື່ອເປັນບ່ອນອີງແກ່ການລົງນາມ ແລະ ໃຫ້ສັດຕະຍາບັນ ໃນຂັ້ນຕໍ່ໄປ.
ກອງປະຊຸມໃນຄັ້ງນີ້, ເປັນບາດກ້າວສໍາຄັນ ໃນການຮ່ວມມືທາງດ້ານກົດໝາຍ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໂດຍສະເພາະ ວຽກງານສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງ ສອງຝ່າຍ, ເຊິ່ງສົນທິສັນຍາ ສະບັບດັ່ງກ່າວ ເປັນການປະກອບສ່ວນອັນສໍາຄັນ ແກ່ການຮ່ວມມືກັນ ໃນການຕ້ານ ແລະ ສະກັດກັ້ນອາຊະຍາກໍາ, ການສືບສວນ-ສອບສວນ, ການດໍາເນີນຄະດີອາຍາ ໃຫ້ມີປະສິດທິພາບສູງຂຶ້ນ ແນໃສ່ປົກປັກຮັກສາ ຄວາມເປັນລະບຽບຮຽບຮ້ອຍ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ ແລະ ພົນລະເມືອງຂອງທັງສອງປະເທດ ແລະ ຍັງເປັນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ນັບມື້ນັບກ້າວສູ່ລວງເລິກ ແລະ ມີປະສິດທິຜົນຢ່າງບໍ່ຢຸດຢັ້ງ.
ຂ່າວ-ພາບ: ອອປສ