ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງປະທານປະເທດ ເຄື່ອນໄຫວຊີ້ນຳວຽກງານທີ່ເມືອງໄຊບູລີ

Dec 19, 2024

ວັນທີ 17 ທັນວາ 2024, ທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາ ທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະພົບປະໂອ້ລົມຄະນະພັກ- ອົງການປົກ ຄອງ ແລະພະນັກງານຫຼັກແຫຼ່ງຂອງເມືອງໄຊບູລີ ໂດຍການຕ້ອນ ຮັບຢ່າງອົບອຸ່ນຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳຂັ້ນສູງຂອງແຂວງ ແລະການນຳຂອງເມືອງດັ່ງກ່າວ.
ໂອກາດນີ້, ທ່ານ ອ່ອນລຳພັນ ບົວສີແກ້ວ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊບູລີ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະພັກເມືອງ ໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ຕິດພັນກັບວຽກງານກໍ່ສ້າງຮາກຖານການ ເມືອງ ແລະພັດທະນາຊົນນະບົດຮອບດ້ານ, ສ້າງລະບົບການ ເມືອງປະຊາທິປະໄຕປະຊາຊົນ ໃຫ້ມີຄວາມເຂັ້ມແຂງແຕ່ຮາກຖານຂຶ້ນມາ, ສ້າງບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອງກັນຄວາມ ສະຫງົບດີ ແລະບ້ານປອດຢາເສບຕິດ ກວມເອົາ 100% ຂອງບ້ານທັງໝົດພາຍໃນເມືອງ. ເສດຖະກິດຂອງເມືອງ ໄດ້ຂະຫຍາຍຕົວໃນລະດັບ 8.17%ຕໍ່ປີ, ລວມຍອດຜະລິດຕະພັນພາຍ ໃນ(GDP) ບັນລຸໄດ້ 1,130 ຕື້ກວ່າກີບ, ສະເລ່ຍໃສ່ຫົວຄົນໄດ້ 16.5 ລ້ານກວ່າກີບ, ການປູກເຂົ້ານາປີໄດ້ 14,880 ເຮັກຕາ ແລະນາແຊງໄດ້ 7,824 ເຮັກຕາ, ໂຄງປະກອບເສດຖະກິດໄດ້ຫັນປ່ຽນຢ່າງຕັ້ງໜ້າໄປຕາມທິດພັດທະນາການຜະລິດກະສິກໍາເປັນສິນຄ້າ ຕິດພັນກັບອຸດສາຫະກໍາປຸງແຕ່ງ ແລະການບໍລິການ.
ສຳລັບການຫັນເປັນກະສິກໍາທັນສະໄໝໃນຂະແໜງການທີ່ເມືອງໄດ້ປຽບເປັນຕົ້ນການນໍາໃຊ້ກົນຈັກທີ່ທັນສະໄໝໃນຂົງເຂດວຽກງານກະສິກໍາ ແມ່ນມີການນໍາໃຊ້ຢ່າງກວ້າງຂວາງ, ດ້ານການຈັດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 19,735 ລ້ານກວ່າກີບ, ເທົ່າກັບ 110%ຂອງແຜນການ, ຄຽງຄູ່ກັນນີ້ ຄະນະພັກ ຍາມໃດກໍ່ຖືສໍາຄັນວຽກງານການສຶກສາ-ສາທາລະນະສຸກ-ວັດທະ ນະທໍາ ທີ່ເປັນມູນເຊື້ອເອກະລັກຂອງປະຊາຊົນບັນດາເຜົ່າ ໃຫ້ໄດ້ຮັບການອະນຸລັກຮັກສາ, ຊຸຸກຍູ້ສົ່ງເສີ່ມ ແລະພັດທະນາດີຂຶ້ນຢ່າງເປັນກ້າວໆ, ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ ໄດ້ສຸມໃສ່ປະຕິບັດຕາມລຳລັດ 348/ລບ, ການປະເມີນຄອບຄົວພົ້ນທຸກໄດ້ 10,840 ຄອບຄົວ, ເທົ່າ 100% ຂອງຄອບຄົວທັງໝົດ ແລະໄດ້ປະກາດເປັນເມືອງພົ້ນທຸກ. ການກະກຽມກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງໄຊບູລີມາຮອດປະຈຸບັນ ສັງລວມໃນແຕ່ລະດ້ານກວມ 95% ເຊິ່ງຈະໄດ້ດຳເນີນໃນກາງເດືອນມັງກອນ 2025 ທີ່ຈະເຖິງນີ້.
ໂອກາດດັ່ງກ່າວ, ທ່ານ ປອ ບຸນທອງ ຈິດມະນີ ໄດ້ກ່າວສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານພົ້ນເດັ່ນທີ່ຄະນະ ພັກ-ອົງ ການປົກຄອງເມືອງຍາດມາໄດ້ໃນໄລຍະຜ່ານມາເປັນຕົ້ນ: ການສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ, ການສ້າງບ້ານປ້ອງກັນຄວາມສະຫງົບດີ, ບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປອດຄະດີ ທີ່ບັນລຸໄດ້ 100% ລວມເຖິງການສ້າງບ້ານປ້ອມໝັ້ນສູ້ຮົບຕິດລຽນ ກໍ່ສາມາດປະຕິ ບັດໄດ້ດີ ເຊິ່ງສະແດງເຖິງຄວາມຕື່ນຕົວຂອງປະຊາຊົນໃນການ ຮ່ວມມືຈັດຕັ້ງປະຕິບັດ, ດ້ານການພັດທະນາເສດຖະກິດຂອງເມືອງ ກໍ່ເຫັນວ່າເປັນຂະບວນການຟົດຟື້ນ ແລະກວ້າງຂວາງ, ຫຼາຍຄອບຄົວໄດ້ກາຍເປັນຕົວແບບດ້ານການຜະລິດເປັນສິນຄ້າ ຊຶ່ງການຜະລິດທີ່ພົ້ນເດັ່ນຂອງເມືອງແມ່ນການປູກເຂົ້າ, ການປູກອ້ອຍສົ່ງໂຮງງານ, ການປູກມັນຕົ້ນ, ປູກຢາງພາລາ ແລະການລ້ຽງສັດເປັນກຸ່ມ ເຊິ່ງສາມາດຜະລິດເປັນສິນຄ້າສົ່ງອອກ, ຄຽງຄູ່ກັນນັ້ນ ກໍ່ຕ້ອງໄດ້ຫັນປ່ຽນຊີວິດການເປັນຢູ່ ຈາກອັນເກົ່າໄປສູ່ອັນໃໝ່, ອັນໃດທີ່ເຮັດບໍ່ທັນໄດ້ ແມ່ນສຸມໃສ່ແກ້ໄຂໃຫ້ໄດ້ ເພື່ອສ້າງເປັນຜົນງານໃນຂະບວນການຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນຂອງພັກ
ອີກບັນຫາໜຶ່ງທີ່ສຳຄັນ ແມ່ນດ້ານວຽກງານການສຶກສາ ໂດຍສະເພາະແມ່ນການປະລະການຮຽນ ແລະບັນຫາການຂາດຄູສອນ ທີ່ຕ້ອງໄດ້ສຸມໃສ່ແກ້ໄຂໃຫ້ໄດ້ ໂດຍໃຫ້ຖືການພັດທະນາ ການສຶກສາໄປກ່ອນກ້າວໜຶ່ງສະເໝີ, ເຊິ່ງຍຸກນີ້ ແມ່ນຍຸກດິຈິຕ້ອນ ຍຸກແຫ່ງເຕັກໂນໂລຊີຂໍ້ມູນຂ່າວສານ ສະນັ້ນ, ເລື່ອງການພັດທະນາຊັບພະຍາກອນມະນຸດ ແມ່ນມີຄວາມສຳຄັນ ແລະຈຳເປັນຢ່າງຍິ່ງຕໍ່ກັບການພັດທະນາປະເທດຊາດພວກເຮົາ ເພື່ອໃຫ້ມີຄວາມຈະເລີນກ້າວໜ້າທັນກັບບັນດາປະເທດຕ່າງໆໃນໂລກ.
ທີ່ມາ: ສະຫວັນພັດທະນາ ຂ່າວ.