ວັນທີ 18 ທັນວາ 2024 ນີ້, ຢູ່ທີ່ສະໂມສອນຂອງ ເມືອງວັງວຽງ ເເຂວງວຽງຈັນ ໄດ້ຈັດພິທີມອບ-ຮັບ ໜ້າທີ່ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆວັງວຽງ ຜູ້ເກົ່າແລະຜູ້ໃໝ່ ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ,ເລຂາພັກເເຂວງ ເຈົ້າແຂວງ ວຽງຈັນ.
ສະຫາຍ ບຸນຈັນ ມາລາວົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ(ຜູ້ເກົ່າ) ຂຶ້ນຜ່ານ ບົດສະຫຼຸບ ການຈັດຕັ້ງ ປະຕິບັດວຽກງານ ພັດທະນາເສດຖະກິດ-ສັງຄົມ ຂອງເມືອງວັງວຽງ ໃນໄລຍະຜ່ານມາ ໂດຍຫຍໍ້ ໃນການນຳພາ-ຊີ້ນຳ ວຽກງານ ຕະຫຼອດໄລຍະທີ່ທ່ານດຳລົງຕຳແໜ່ງ ເປັນເຈົ້າເມືອງຜ່ານມາ, ພ້ອມທັງກ່າວມອບໜ້າທີ່ ໃຫ້ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງວັງວຽງ (ຜູ້ໃໝ່ ).
ຈາກນັ້ນ ສະຫາຍ ນາງ ຈັນທະບູນ ໂພສະຫຼາດ ກາໍມະການປະ
ຈໍາພັກແຂວງ, ຫົວຫນ້າຄະນະຈັດຕັ້ງແຂວງວຽງຈັນ ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງເຈົ້າເມືອງວັງວຽງ ສະບັບເລກທີ 2818/ຈຂ.ວຈ ລົງວັນທີ 11ທັນວາ2024 ເຫັນດີແຕ່ງຕັ້ງ ທ່ານ ພອນແກ້ວ ຂຸນພົນ ກຳມະການປະຈຳພັກແຂວງ ເປັນເຈົ້າເມືອງວັງວຽງ.
ຕອນທ້າຍ ສະຫາຍ ຄໍາພັນ ສິດທິ ດໍາພາ ເຈົ້າແຂວງໆວຽງ ຈັນ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ໂດຍທ່ານໄດ້ຮຽກຮ້ອງໃຫ້ ເລ ຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງວັງວຽງ (ຜູ້ໃໝ່ ) ຕ້ອງມີວິໃສທັດໃນການເບິ່ງບັນຫາ ເພີ່ມທະວີຄວາມສາມັກຄີເປັນເອກະພາບ ໃນການນຳພາໝູ່ຄະນະ ເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດສັງຄົມ ປັບ ປຸງແບບແຜນນຳພາ, ແບບແຜນດຳລົງຊີວິດ, ເປັນແບບຢ່າງແກ່ມະຫາຊົນ ສ້າງໄດ້ຄວາມເຊື່ອໝັ້ນ ແລະ ເສີມຂະຫຍາຍມູນເຊື້ອທີ່ດີຂອງເມືອງ ເພື່ອນຳພາ ແລະ ປຸກລະດົມກຳລັງແຮງຂອງສັງຄົມ ພ້ອມກັນສ້າງສາພັດທະນາເມືອງວັງວຽງ ໃຫ້ເດີນໄປຂ້າງໜ້າດ້ວຍບາດກ້າວທີ່ໜັກແໜ້ນ.
ທີ່ມາ: ຖວທ ເມືອງວັງວຽງ





