ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບໂຄງການກໍ່ສ້າງເສັ້ນທາງປູຢາງອັດສະຟານ ແຕ່ບ້ານນໍ້າສະນາມ ຫາບ້ານນາຂາມ ເມືອງຄູນຄໍາ

Dec 19, 2024

ໃນຕອນເຊົ້າວັນທີ 17 ທັນວາ 2024 ຢູ່ບ້ານນໍ້າສະນາມ ເມືອງຄູນຄໍາ, ແຂວງຄໍາມ່ວນ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງເສັ້ນທາງປູຢາງອາສະຟານ (Asphalt) ຈາກບ້ານນ້ຳສະນາມ ຫາ ບ້ານນາຂາມ ເມືອງຄູນຄຳ. ໃຫ້ກຽດມອບໂດຍ ທ່ານ ປອ ຈີ່ຊົ່ງ ຈື່ຫວ່າໄຊກິ, ຜູ້ອຳນວຍການໃຫຍ່ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ແລະ ຮັບ ໂດຍທ່ານ ແກ້ວບຸນຂວັນ ໄຊຍະວົງສາ ເຈົ້າເມືອງຄູນຄໍາ ໂດຍມີ ທ່ານ ວັນໄຊ ພອງສະຫວັນເຈົ້າແຂວງຄຳມ່ວນ ພ້ອມດ້ວຍພະແນກການກ່ຽວຂ້ອງ ແລະ ປະຊາຊົນເຂົ້າຮ່ວມ.
ໃນພິທີ ທ່ານ ປອ ຈີ່ຊົ່ງ ຈື່ຫວ່າໄຊກິ ໄດ້ກ່າວວ່າ : “ໂຄງການການກໍ່ສ້າງເສັ້ນທາງປູຢາງດັ່ງກ່າວແມ່ນໄດ້ເລີ່ມແຕ່ຕົ້ນເດືອນເມສາ 2024 ເປັນຕົ້ນມາ ແຕ່ໄດ້ໂຈະການກໍ່ສ້າງໃນຊ່ວງລະດູຝົນຜ່ານມາເນື່ງຈາກວ່າມີຝົນຕົກຫຼາຍເຮັດສະພາບພື້ນທີ່ ບໍ່ອຳນວຍຄວາມສະດວກໃນການກໍ່ສ້າງ. ບໍລິສັດຜູ້ຮັບເໝົາໄດ້ກັບມາສືບຕໍ່ການກໍ່ສ້າງໄລຍະທີສອງຊ່ວງກາງເດືອນຕຸລາ, ແລະ ໄດ້ສຳເລັດ ຮ້ອຍເປີເຊັນໃນຕົ້ນເດືອນທັນວາ 2024 ໂດຍຜ່ານການຕິດຕາມກວດກາ ແລະ ຢັ້ງຢືນຈາກຄະນະກຳມະການຮັບຜິດຊອບກໍ່ສ້າງເສັ້ນທາງດັາກ່າວ ການກໍ່ສ້າງເສັ້ນທາງແຫ່ງນີ້ ມີຄວາມຍາວທັງ ໝົດ 1,940 ແມັດ, ເປັນເສັ້ນທາງປູຢາງ ອາສະຟານສອງຊັ້ນ, ໜ້າທາງກວ້າງ 6 ແມັດ, ມີຈຸດວາງທໍ່ລະບາຍນ້ຳລອດທາງ 1 ຈຸດ, ມີຈຸດເທເບ່ຕົ່ງຍາວ 100 ແມັດ, ມູນຄ່າການກໍ່ສ້າງທັງໝົດ 3,070,956,970 ກີບ (ສາມຕື້ ເຈັດສິບລ້ານ ເກົ້າແສນ ຫ້າສິບຫົກພັນ ເກົ້າຮ້ອຍເຈັດສິບກີບ) ຊຶ່ງເປັນງົບປະມານຊ່ວຍເຫຼືອລ້າຂອງບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ.
ທ່ານ ແກ້ວບຸນຂວັນ ໄຊຍະວົງສາ, ເຈົ້າເມືອງຄູນຄໍາ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງຜູ້ບໍລິຫານຂອງບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ທີ່ໄດ້ຈັດສັນສະ ໜອງງົບປະມານກໍ່ສ້າງປັບປຸງເສັ້ນທາງປູຢາງດັ່ງກ່າວ ຊຶ່ງເປັນ ຄວາມຫວັງຂອງພາກລັດ ແລະ ພໍ່ແມ່ປະຊາຊົນມາແຕ່ດົນ ນານ ຕະຫຼອດຫຼາຍປີຜ່ານມາ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ເປັນຄູ່ຮ່ວມພັດທະນາທີ່ໃກ້ຊິດຕິດແທດກັບເມືອງຄູນຄຳເປັນຢ່າງດີ, ຍາມໃດກໍ່ໃຫ້ການຊ່ວຍເຫຼືອເມືອງຄູນຄຳ ທັງການປັບປຸງຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນຊາວເມືອງຄູນຄຳ, ວຽກ ງານສຶກສາ-ສາທາ, ການພັດທະນາພື້ນຖານໂຄງລ່າງ, ການຊ່ວຍ ເຫຼືອໃນການຮັບມື ແລະ ແກ້ໄຂຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ອື່ນໆ. ຊຶ່ງທັງໝົດນີ້ ເປັນການປະກອບສ່ວນອັນຍິ່ງໃຫຍ່ໃຫ້ແກ່ເມືອງຄູນຄຳຂອງພວກເຮົາ ແລະ ໄດ້ເຮັດໃຫ້ເສດຖະກິດຂອງເມືອງຄູນຄຳມີການພັດທະນາຂຶ້ນໄປເທື່ອລະກ້າວ.
ບໍລິສັດ THPC ໄດ້ຮັບອະນຸຍາດໃຫ້ພັດທະນາໂຄງການເທີນຫີນບູນໃນປີ 1994 ແລະ ເລີ່ມທຳການຜະລິດໄຟຟ້າໃນປີ 1998 ເນື່ອງຈາກຄວາມຕ້ອງການທາງດ້ານພະລັງງານຢູ່ພາຍໃນ ແລະ ປະເທດອ້ອມຂ້າງເພີ່ມຂຶ້ນ, ບໍລິສັດ THPC ໄດ້ເລີ່ມທຳການສຳຫຼວດໂຄງການເທີນ-ຫີນບູນ ພາກຂະຫຍາຍ ເຊິ່ງໄດ້ລົງມືກໍ່ສ້າງໃນປີ 2009 ແລະ ສຳເລັດໃນປີ 2012. ເລີ່ມແຕ່ການກໍ່ສ້າງໂຄງການ ເທີນ-ຫີນບູນ ພາກຂະຫຍາຍ ສຳເລັດເປັນ ຕົ້ນມາ ກຳລັງການຕິດຕັ້ງຂອງເຂື່ອນໄຟຟ້າ ເທີນ-ຫີນບູນ ເພີ່ມ ຂຶ້ນຈາກ 220 ເມກາວັດ ມາເປັນ 520 ເມກາວັດ.
ຂ່າວ: ລັດສະໝີ ຈູມໂພຄໍາ, ຖວທ ເມືອງຄູນຄໍາ