ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຢ້ຽມຢາມແຂວງຈຳປາສັກ

Dec 19, 2024

ໃນໂອກາດທີ່ ທ່ານ ບຸຍ ແທງ ເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງ ການ. ໃນວັນທີ 17 ທັນວາ 2024 ນີ້, ທ່ານ ທ່ານ ບຸຍ ແທງ ເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການ ຕ່າງ ປະເທດ ແຫ່ງ ສສ ຫວຽດນາມ ພ້ອມພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມແຂວງຈຳປາສັກ, ໂດຍໄດ້ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ.
ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນແລະ ຕີລາຄາສູງຕໍ່ ທ່ານ ບຸຍ ແທັງເຊີນ ທີ່ໄດ້ນຳພາຄະນະຜູ້ແທນຫວຽດນາມ ມາຢ້ຽມຢາມ ສປປ ລາວ, ພິເສດ ແມ່ນແຂວງຈຳປາສັກ ໃນຄັ້ງນີ້, ສືບຕໍ່ເສີມ ຂະຫຍາຍການພົວພັນຮ່ວມມືສອງປະເທດ ໃຫ້ໄດ້ຮັບການເພີ່ມ ພູນຄູນສ້າງຂຶ້ນໄປເລື້ອຍໆ; ເພີ່ມທະວິການຮ່ວມມືທາງດ້ານເສດ ຖະກິດ ຢ່າງສົມຄູ່ກັບການເມືອງ ດຶງດູດການລົງທຶນຂອງນັກລົງ ທຶນຫວຽດນາມ ໂດຍສະເພາະດ້ານກະສິກໍາ ແລະ ການທ່ອງ ທ່ຽວ.
ພ້ອມນີ້, ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ- ຫວຽດນາມ. ພ້ອມນັ້ນ, ທ່ານເຈົ້າແຂວງຈຳປາສັກ ໄດ້ກ່າວລາຍ ງານສະພາບລວມ ຂອງແຂວງ ໂດຍສັງເຂບ, ວຽກງານຈຸດສຸມ, ການປະຕິບັດບັນດາຄາດໝາຍ ແຜນເສດຖະກິດ-ສັງຄົມ, ການ ຫັນໄປສູ່ທັນສະໄໝ, ການກະກຽມດຳເນີນກອງປະຊຸມໃຫ່ຍສາມຂັ້ນ ຂອງແຂວງ ແລະ ວຽກງານກະກຽມໃຫ້ແກ່ສະເຫຼີມສະຫຼອງ ວັນສໍາຄັນ ຂອງພັກ-ຊາດ ໃນປີຕໍ່ໜ້າ.
ທ່ານ ບຸຍແທັງເຊີນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງຊົມເຊີຍບັນດາໝາກຜົນ, ການເຕີບໃຫ່ຍຂະຫຍາຍຕົວ ຂອງເສດຖະກິດມະຫາພາກ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງປະເທດ, ໂດຍສະເພາະ ແມ່ນການບໍລິການ, ການທ່ອງທ່ຽວຂອງແຂວງ ທີ່ມີລັກສະນະອັນໂດດເດັ່ນ ຄ້າຍຄືກັບບັນດາແຂວງພາກໃຕ້ຫວຽດນາມ, ພ້ອມນັ້ນ, ທ່ານ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແລະ ແຂວງຈຳປາສັກ ໃນຄັ້ງນີ້, ລວມທັງ ຜົນສຳເລັດໃນການພົວພັນການຮ່ວມມື ລະຫວ່າງ ສອງກະ ຊວງການຕ່າງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃນໄລຍະຜ່ານມາ ຕື່ມອີກ.
ໃນໂອກາດທີ່ມີຄວາມໝາຍ ຂອງການຢ້ຽມຢາມແຂວງຈຳປາ ສັກ ໃນຄັ້ງນີ້, ແຂວງຈຳປາສັກ ຍັງໄດ້ຈັດພິທີບາສີສູ່ຂວັນ ແລະ ງານລ້ຽງ ຕ້ອນຮັບຊົມເຊີຍສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ ພ້ອມພັນລະຍາ ແລະ ຄະນະ ຕາມຮີດຄອງປະເພນີ ວັດທະນະທຳອັນດີຕາມຂອງຊາດ ອີກດ້ວຍ.
ຂ່າວ:ພິທີບສະຫວັນ
ພາບ: ເກດສະໜາ ແກ້ວສຸວັນນະແສງ