ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດຕ່າງປະເທດ ແລະ ຫົວໜ້າອົງການ JETRO

Dec 19, 2024

ໃນຕອນເຊົ້າຂອງວັນທີ 17 ທັນວາ 2024 ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ບຽມບາຊູເຣນ ຈຳສ໌ຣັງ (Byambasuren Jamsran), ເອກອັກຄະລັດຖະທູດ ແຫ່ງ ມົງໂກລີ ປະຈໍາ ສປປ ລາວ, ໂດຍສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດຕະຫຼອດໄລຍະເວລາ 6 ທົດສະວັດຜ່ານມາ ທີ່ໄດ້ຮັບການຂະຫຍາຍຕົວຂຶ້ນ, ເຊິ່ງສະແດງອອກມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດໃນໄລຍະຜ່ານມາ ແລະ ບັນດາໂຄງການຮ່ວມມືຊ່ວຍເຫຼືອຂອງສອງປະເທດ ກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນປົກກະຕິ, ໂດຍສະເພາະການເດີນທາງຢ້ຽມຢາມລັດຖະກິດ ທີ່ມົງໂກລີ ຂອງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ເເຫ່ງ ສປປ ລາວ ໃນລະຫວ່າງວັນທີ 11 – 12 ມິຖຸນາ 2024, ເຊິ່ງສອງຝ່າຍໄດ້ລົງນາມເອກະສານຮ່ວມກັນ ທັງໝົດ 3 ສະບັບ. ມົງໂກລີ ໄດ້ເຫັນດີຮັບເປັນປະທານປະສານງານພາກພື້ນ ຂອງຂອບການຮ່ວມມື FEALAC ຕໍ່ຈາກ ສປປ ລາວ ໃນໄລຍະປີ 2025 – 2027 ແລະ ຈະເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື FEALAC ຄັ້ງທີ 10 ທີ່ເມືອງ ອູລາບາຕໍ, ມົງໂກລີ ໃນປີ 2025. ສໍາລັບ ສປປ ລາວ ກໍມີແຜນຈະເປັນເຈົ້າພາບຈັດກອງປະຊຸມ JC ລາວ-ມົງໂກລີ ຄັ້ງທີ 12 ໃນຕົ້ນປີ 2025.
ໃນວັນດຽວກັນນີ້, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຟີໂລເມໂນ ອາເລໂຊ ດາ ຄຣູສ (Filomeno Aleixo da Cruz), ເອກອັກຄະລັດຖະທູດ ແຫ່ງ ຕີມໍ-ເລສເຕ ປະຈໍາ ສປປ ລາວ. ທ່ານລັດຖະມົນຕີໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີ ລະຫວ່າງ ສອງປະເທດ ນັບຕັ້ງແຕ່ມີການສ້າງຕັ້ງສາຍພົວພັນ ໃນວັນທີ 29 ກໍລະກົດ 2002, ໂດຍສອງຝ່າຍມີການແລກປ່ຽນການຢ້ຽມຢາມຢ່າງເປັນປະຈຳ, ພິເສດແມ່ນໝາກຜົນແຫ່ງການຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ຂອງພະນະທ່ານ ໂຈເຊ ຣາໂມສ ອໍຕ້າ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ໃນລະຫວ່າງ ວັນທີ 27 ກຸມພາ ຫາ 2 ມີນາ 2024, ເຊິ່ງເປັນຂີດໝາຍສໍາ ຄັນຂອງການຮ່ວມມືດ້ານການຄ້າ, ການລົງທຶນ, ເສດຖະກິດ, ເຕັກໂນໂລຊີ ແລະ ການທ່ອງທ່ຽວ. ສປປ ລາວ ພ້ອມກັບບັນດາປະເທດສະມາຊິກອາຊຽນ ພ້ອມທີ່ຈະສະໜັບສະໜູນຕີມໍເລັສເຕເຂົ້າເປັນສະມາຊິກທີ 11 ຂອງອາຊຽນ, ພ້ອມສະ ແດງຄວາມຍິນດີຕໍ່ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ໃຫ້ນັບມື້ໄດ້ຮັບການຍົກລະດັບສູງຂຶ້ນ ແລະ ມີບາດກ້າວອັນໃໝ່ໃນອະນາຄົດ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.
ນອກຈາກນີ້, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຢາຊູຊິ ຄິຄຸຈິ (KIKUCHI Yasushi), ຫົວໜ້າຫ້ອງການຜູ້ຕາງໜ້າ ອົງການ JETRO ປະຈໍາ ສປປ ລາວ, ເຊິ່ງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຕະຫຼອດໄລຍະເກືອບ 7 ທົດສະວັດ, ເຊິ່ງການນໍາຂັ້ນສູງຂອງສອງປະເທດໄດ້ມີການແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິ ແລະ ບັນດາໂຄງ ການຊ່ວຍເຫຼືອ ແລະ ການຮ່ວມມືຂອງສອງປະເທດກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ. ໃນປີ 2025 ຈະເປັນປີທີ່ມີຄວາມໝາຍສໍາຄັນຢ່າງຍິ່ງ, ເຊິ່ງສອງປະເທດຈະຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ຄົບຮອບ 10 ແຫ່ງການເປັນຄູ່ຮ່ວມຍຸດທະສາດ ເພື່ອສົ່ງເສີມຄວາມສະໜິດສະໜົມຮັກແພງ ລະຫວ່າງປະຊາຊົນສອງຊາດໃຫ້ແໜ້ນແຟ້ນຍິ່ງຂຶ້ນ ແລະ ເຮັດໃຫ້ການພົວພັນຮ່ວມມືຂອງສອງປະ ເທດກ້າວຂຶ້ນສູງສູ່ລະດັບໃໝ່. ພ້ອມນີ້, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ກໍໄດ້ຕີລາຄາສູງຕໍ່ການປະຕິບັດໜ້າຢ່າງຫ້າວຫັນ ແລະ ການສະໜັບສະໜູນ ສປປ ລາວ ດ້ວຍຄວາມເອົາໃຈໃສ່ເປັນຢ່າງດີ ຕະຫຼອດໄລຍະ 10 ປີ ຂອງຫ້ອງການຜູ້ຕາງໜ້າອົງການ JETRO ປະຈໍາ ສປປ ລາວ ທີ່ໄດ້ເຄື່ອນໄຫວໂຄສະນາດຶງດູດເອົາການລົງທຶນຈາກປະເທດຍີ່ປຸ່ນ ແລະ ບັນດາບໍລິ ສັດຍີ່ປຸ່ນ ທີ່ມາສຶກສາທ່າແຮງການດໍາເນີນທຸລະກິດ ແລະ ລົງທຶນຢູ່ ສປປ ລາວ ໃນຂະແໜງອຸດສາຫະກຳປຸງແຕ່ງ, ຂະແໜງບໍລິການ ແລະ ຂະແໜງການປຸງແຕ່ງກະ ສິກຳ, ພ້ອມທັງເຄື່ອນໄຫວສົ່ງເສີມການຄ້າລະຫວ່າງສອງປະເທດ.
ໃນວັນດຽວກັນນີ້, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ວະລົງ ຕັງປະພຶດກຸນ (Varong Tangpraprutgul), ຜູ້ອຳນວຍການ ບໍລິສັດ ອຳມະຕະ ຊິຕີ້ລາວ ຈຳກັດ ເພື່ອສະແດງຄວາມຊົມເຊີຍທ່ານລັດຖະມົນຕີໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຄົນໃຫມ່, ພ້ອມທັງລາຍງານຄວາມຄືບໜ້າຂອງໂຄງການພັດທະນາຕົວເມືອງທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ ອຳມະຕະ (AMATA SMART & ECO CITY) ຢູ່ ເຂດນາເຕີຍ, ແຂວງຫຼວງນ້ຳທາ ແລະ ເຂດນາໝໍ້, ແຂວງອຸດົມໄຊ ພາຍຫຼັງໄດ້ລົງນາມສັນຍາພັດທະນາໂຄງການ ໃນຕົ້ນປີ 2022 ເປັນຕົ້ນມາ.