ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການສົ່ງອອກຜະລິດຕະພັນກະສິກໍາ ແລະ ປ່າໄມ້ ບັນລຸລື່ນຄາດໝາຍທີ່ວາງໄວ້

Dec 19, 2024

ທ່ານ ປອ. ລິນຄໍາ ດວງສະຫວັນ, ລັດຖະມົນຕີ ກະຊວງກະສີກໍາ ແລະ ປ່າໄມ້ ໃຫ້ຮູ້ໃນໂອກາດລາຍງານຕໍ່ພິທີເປີດງານວາງສະແດງສິນຄ້າກະສິກໍາລາວ ປະຈໍາປີ 2024 ໃນວັນທີ 16 ທັນວາ 2024 ຢູູ່ສູນການຄ້າ ລາວ-ໄອເຕັກ, ນະຄອນຫລວງວຽງຈັນ ວ່າ: ອີງຕາມການປະເມີນຂອງກະຊວງແຜນການ ແລະ ການລົງທຶນ ເຫັນວ່າຕົວເລກ 9 ເດືອນຜ່ານມາ ຂະແໜງກະສິກຳ ແລະ ປ່າໄມ້ ມີການຂະຫຍາຍຕົວ ບັນລຸໄດ້ 4.1% ແລະ ປະກອບສ່ວນລວມຍອດຜະລິດຕະພັນພາຍໃນໄດ້ 18.9% ຂອງ GDP ລື່ນແຜນການທີ່ສະພາແຫ່ງຊາດຮອງຮັບ (ແຜນການ 2.6% ກວມເອົາ 20.8% ຂອງ GDP); ໃນນີ້, ຄາດຄະເນໝົດປີ ການຜະລິດເຂົ້າເປືອກໝົດປີ ຈະໄດ້ ປະມານ 3.6 ລ້ານໂຕນ.
ສ່ວນ ການຜະລິດພືດສະບຽງອາຫານຈະໄດ້ ປະມານ 2.61 ລ້ານໂຕນ, ບັນລຸລື່ນ ແຜນການ 6% (ແຜນການ 2.46 ລ້ານໂຕນ), ການຜະລິດ ຊີ້ນ, ໄຂ່ ແລະ ປາ ປະຕິບັດໄດ້ 526,000 ກວ່າໂຕນ ເທົ່າກັບ 95% ຂອງແຜນປີ (554,000 ໂຕນ) ຄາດວ່າໝົດປີ ຈະບັນລຸຕາມແຜນການ; ການປູກພືດເປັນສິນຄ້າ ຄາດຄະເນຜົນຜະລິດໄດ້ 9.7 ລ້ານໂຕນ ເທົ່າກັບ 99% ຂອງແຜນການປີ 9.75 ລ້ານໂຕນ, ການລ້ຽງສັດ ແລະ ສັດນໍ້າ ເປັນສິນຄ້າ ມີຟາມລ້ຽງສັດ ທັງ
ໝົດ 2,387 ຟາມ ມີສັດລ້ຽງ 6 ລ້ານ ກວ່າໂຕ.
ສໍາລັບການສົ່ງອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ ໃນໄລຍະ 9 ເດືອນປີ 2024 ປະຕິບັດໄດ້ 1,210 ລ້ານກວ່າໂດລາສະຫະລັດ ບັນລຸລື່ນແຜນການ (ແຜນ ການຕາມສະພາຮັບຮອງ 1,200 ລ້ານໂດ ລາສະຫະລັດ).
May be an image of 1 person and text