ໃນໂອກາດລາຍງານສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ແຜນການລົງທຶນຂອງລັດ ປີ 2025 ຂອງນະຄອນຫຼວງວຽງຈັນ, ແຜນການນໍາໃຊ້ເງິນເກີນແຜນ ປີ 2024 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ທີ່ ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫລວງວຽງຈັນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ເມື່ອບໍ່ດົນມານີ້ ໄດ້ໃຫ້ຮູ້ກ່ຽວກັບການຄຸ້ມຄອງລາຄາສິນຄ້າ ວ່າ: ນະຄອນຫລວງວຽງຈັນ ໄດ້ຄົ້ນຄວ້າປັບປຸງໂຄງປະກອບລາຄາສິນຄ້າຄວບຄຸມ ໃນບັນຊີ “ກ” ເຊັ່ນ: ເຂົ້າກິນ, ຊີ້ນໝູ, ປານິນກະຊັງ, ໄກ່ພັນປອກ ໃຫ້ສອດຄ່ອງຕາມລາຄາກົນໄກຕະຫຼາດທີ່ມີການເໜັງຕີງປັບຂຶ້ນລາຄາ.
ໃນນີ້: ສໍາເລັດການກໍານົດໂຄງປະກອບລາຄາຂາຍຍົກ-ຂາຍຍ່ອຍ 2 ລາຍການ ຄື: ເຂົ້າສານໜຽວ ປະເພດ 2 ລາຄາບໍ່ໃຫ້ຂາຍເກີນ 17,000 ກີບ/ກິໂລ ແລະ ໄກ່ພັນປອກ (ສາມສາຍເລືອດ) ລາຄາບໍ່ໃຫ້ຂາຍເກີນ 70,000 ກີບ/ກິໂລ, ໄດ້ປະຕິບັດການຈຳໜ່າຍເຂົ້າຄັງແຮ ເພື່ອແຊກແຊງລາຄາ ແລະ ດັດສົມຕະຫຼາດ ຊຶ່ງມອບໃຫ້ບໍລິສັດທີ່ມີສັນຍາ ກັບ ລັດຖະບານ ເຮັດຄັງແຮເຂົ້າແຊກແຊງລາຄາ ແລະ ດັດສົມຕະຫຼາດ ນຳເອົາສິນຄ້າປະເພດເຂົ້າສານໜຽວ ປະເພດ 2 ອອກຈໍາໜ່າຍ ໃນລາຄາ 14,500 ກີບ/ກິໂລ, ຈຳນວນ 250 ໂຕນ.
ນອກຈາກນີ້, ຍັງໄດ້ອອກຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງພະນັກງານ ຂະແໜງ ການຄ້າພາຍໃນ ລົງຕິດຕາມ, ກວດກາລາຄາສິນຄ້າ ໃນຊ່ວງໄລຍະເກີດມີໄພນ້ຳຖ້ວມ ເພື່ອສະກັດກັ້ນບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ, ກັກຕຸນສິນຄ້າ ເພື່ອເກນກຳໄລ ສະບັບເລກທີ 001/ຄພນ, ລົງວັນທີ 30 ສິງຫາ 2024.



