ອີງຕາມຂໍ້ມູນທີ່ ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫລວງວຽງຈັນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ເມື່ອບໍ່ດົນມານີ້ ໃຫ້ຮູ້ກ່ຽວກັບການຜະລິດກະສິກໍາເປັນສິນຄ້າ ຂອງນະຄອນຫລວງວຽງຈັນ ວ່າ: ນະຄອນຫລວງວຽງຈັນ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ບັນດາໂຄງການຜະລິດເປັນສິນຄ້າ ເຮັດໃຫ້ມີການສົ່ງອອກສິນຄ້າກະສິກໍາໄປຕ່າງປະເທດ ໃນໄລຍະຜ່ານມາ ໄດ້ທັງໝົດ 108,211 ໂຕນ, ລວມມູນຄ່າທັງໝົດ 48.75 ລ້ານໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຫັນວ່າ ມູນຄ່າການສົ່ງອອກ ເພີ່ມຂຶ້ນ 20.7%.
ນອກຈາກນີ້, ໄດ້ສຸມໃສ່ຈັດຕັ້ງປະຕິບັດການຜະລິດ ເພື່ອສະໜອງສະບຽງອາຫານ, ຊຶ່ງເຫັນວ່າ ການສະໜອງເຂົ້າແມ່ນພຽງພໍກັບຄວາມຕ້ອງການຂອງສັງຄົມ ສະເລ່ຍໄດ້ 258 ກິໂລ/ຄົນ/ປີ ແລະ ມີສ່ວນເຫຼືອເປັນສິນຄ້າ 7,500 ກວ່າໂຕນ; ພືດຜັກ ສະເລ່ຍໄດ້ 101 ກິໂລ/ຄົນ/ປີ; ການສະໜອງທາດຊີ້ນ ສະເລ່ຍໄດ້ 70.28 ກິໂລ/ຄົນ/ປີ.



