ວັນທີ 18 ທັນວາ 2024 ນີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານເມືອງວຽງໄຊ ແຂວງຫົວພັນ ໄດ້ເປີດຊຸດເຝິກອົບຮົມວຽກງານກວດກູ້-ທໍາລາຍລະເບີດ ໃຫ້ນາຍແລະພົນທະຫານກອງທັບປະຊາຊົນລາວ, ໂດຍການເປັນປະທານຮ່ວມຂອງ ສະຫາຍພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຮອງຄະນະຊີ້ນໍາລວມການຮ່ວມມືແກ້ໄຂ ລບຕ ລາວ-ຣັດເຊຍ ແລະ ສະຫາຍ ພັນເອກ ລີຄາເຊັບ ອັນເດຣເປຣໂຕວິດ ທູດປ້ອງກັນຊາດ ສ.ຣັດເຊຍ ປະຈຳ ສປປ ລາວ, ມີຄະ ນະຮັບຜິດຊອບວຽກງານເຝິກອົບຮົມ, ຄູ-ອາຈານ ແລະ ນັກເຝິກອົບຮົມເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາ ທິການການກອງທັບ ຫົວໜ້າຄະນະຮັບຜິດຊອບຊຸດເຝິກອົບຮົມຄັ້ງນີ້ ໄດ້ຜ່ານແຜນ ການອົບຮົມວຽກງານກວດກູ້-ທໍາລາຍລະເບີດ, ຈຸດປະສົງເພື່ອສືບຕໍ່ຜັນຂະຫຍາຍແຜນການພົວພັນຮ່ວມມືຫວ່າງສອງກະຊວງປ້ອງກັນປະເທດລາວ – ສ. ຣັດເຊຍ, ເພື່ອຍົກລະດັບທາງດ້ານວຽກງານແກ້ໄຂລະເບີດ, ມິນທີ່ບໍ່ທັນແຕກທີ່ຕົກຄ້າງໃຫ້ກຳລັງຂອງເຫຼົ່າຮົບຊ່າງແສງກຳແໜ້ນຫຼັກການວິຊາສະເພາະ ແລະ ມີຄວາມສາມາດປະຕິບັດຕົວຈິງຢູ່ພາກສະໜາມ, ເພື່ອເປັນການຍົກລະດັບວິຊາການກວດກູ້ ແລະ ທຳລາຍລະເບີດໃຫ້ແກ່ກຳລັງຂອງເຫຼົ່າຮົບຊ່າງແສງຈາກຂັ້ນ01 ( ນັກກວດກູ້) ຂຶ້ນສູ່ລະດັບ02 (ຫົວໜ້າທີມ) ແລະ ເປັນການຍາດແຍ່ງເອົາບົດຮຽນແລະປະສົບການຈາກຊ່ຽວຊານ, ຄູເຝິກດ້ານການກວດກູ້ແລະທຳລາຍລະເບີດບໍ່ທັນແຕກດ້ານມະນຸດສະທຳຂອງກອງກວດກູ້ມິນສາກົນແຫ່ງ ສ.ຣັດເຊຍ ມາຈັດຕັ້ງປະຕິບັດຜັນຂະຫຍາຍຢູ່ໃນເຫຼົ່າຮົບຊ່າງແສງ ກໍ່ຄືກະຊວງປ້ອງກັນປະເທດສປປລາວ.
ເນື້ອໃນທີ່ເຝິກອົບຮົມໃນຄັ້ງນີ້ ປະກອບມີ: ຄວາມຮູ້ກ່ຽວກັບທາດລະເບີດ, ວັດຖຸລະເບີດແລະການຈໍາແນກປະເພດທາດລະເບີດ, ວຽກງານຕັດຕໍ່ຫໍ່ຈຸດ, ນຸແຊ, ແກັບ, ສາຍຂະນວນລະເບີດ ແລະ ຊີໂຟ, ວິທີຈັດວາງແປງລະເບີດແລະວົງຈອນໄຟຟ້າໃນການລະເບີດ, ອຸປະກອນຄົ້ນຫາວັດຖຸ, ລະເບີດແຕ່ລະຊະນິດ ຈຳນວນ 07 ເຄື່ອງ, ການທໍາລາຍສໍາພາວຸດທີ່ຍັງຕົກຄ້າງຫຼືວັດຖຸທີ່ເປັນອັນຕະລາຍ, ການນໍາໃຊ້ຈັກຈຸດແລະເຄື່ອງວັດແທກຄວາມຕ້ານຂອງສາຍໄຟ, ວິທີຄິດໄລ່ດ້ວຍສູດເພື່ອທໍາລາຍໄມ້, ແຜ່ນເຫຼັກ, ທໍ່ເຫຼັກ, ເຫຼັກເສັ້ນ ແລະ ສາຍກາບ, ວຽກງານການຄຸ້ມຄອງແລະຫຼັກການເຮັດວຽກກ່ຽວກັບກວດ-ກູ້ລະເບີດດ້ານມະນຸດສະທຳແລະຄວາມຮູ້ພື້ນຖານກ່ຽວກັບສໍາພາວຸດເປັນຕົ້ນແມ່ນມີ່ນຕ້ານທະຫານຮາບ, ຕ້ານຕັງ, ມິນຊ້ອນ, ລູກປືນໃຫຍ່, ລູກຈະຫຼວດຕໍ່ຕ້ານລົດຕັງແລະບົມທີ່ຖີ້ມຈາກທາງອາກາດ, ມີນັກເຝິກອົບຮົມເຂົ້າຮ່ວມ 26 ສະຫາຍທີ່ມາຈາກກອງພັນ 579 ເຊິ່ງຈະໃຊ້ເວລາເຝິກອົບຮົມທັງພາກທິດສະດີ ແລະ ພາກປະຕິບັດໂຕຈິງ 3 ເດືອນຈຶ່ງຈະສໍາເລັດ.
ໂອກາດນີ້, ສະຫາຍພົນຕີ ສົມພອນ ມິດຕະພອນ ກໍ່ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ນັກເຝິກອົບຮົບແຕ່ລະສະຫາຍຕ້ອງເອົາໃຈໃສ່ສຶກສາຄົ້ນຄ້ວາແລະຍາດແຍ່ງເອົາບົດຮຽນຈາກຊ່ຽວຊານ, ຄູເຝິກທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງເພື່ອນຳໄປໝູນໃຊ້ຈັດຕັ້ງປະຕິບັດຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງເຫຼົ່າຮົບຊ່າງແສງ ໃຫ້ໄດ້ຮັບຜົນດີ, ພ້ອມກັນນັ້ນ ກໍຕ້ອງເອົາໃຈໃສ່ປະຕິບັດຕາມໂມງເວລາໃນການຂຶ້ນຫ້ອງຮໍ່າຮຽນ ແລະ ບັນດາຂໍ້ກຳນົດກົດລະບຽບກອງທັບວາງອອກຢ່າງເຂັ້ມງວດ.
ຈາກນັ້ນ, ສະຫາຍ ພົນຕີ ສົມພອນ ມິດຕະພອນ ພ້ອມດ້ວຍຄະນະ ໄດ້ຢ້ຽມຊົມເຄື່ອງ ມືກວດກູ້ລະເບີດ ແລະສະໜາມກວດກູ້ຈໍາລອງ ຕື່ມອີກ.
ຂ່າວ+ພາບ ໄກ່ນ໋ອດ






