ກະຊວງຍຸຕິທຳ ແຫ່ງ ສປປ ລາວ -ກະຊວງຍຸຕິທຳ ສສ ຫວຽດນາມ ໄດ້ຈັດກອງປະຊຸມ ສະຫຼຸບຄີລາຄາຄືນການພົວພັນຮ່ວມມື ໄລຍະຜ່ານມາ ເພື່ອສືບຕໍ່ຮັດແໜ້ນການພົວພັນຮ່ວມ ມື,ຝ່າຍລາວ ນຳໂດຍ ສະຫາຍ ໄພວີ ສີບົວລິພາ ກຳມະການສູນ ກາງພັກລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ສະຫາຍ ຫງວ້ຽນຫ໋າຍນິງ ກໍາມະການສູນກາງພັກກອມມູນິດຫວຽດນາມລັດຖະມົນຕີກະຊວງຍຸຕິທໍາ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ18 ທັນວາຜ່ານມາ ທີ່ນະຄອນຫຼວງວຽງ ຈັນ,ໂດຍມີພະນັກງານທັງສອງຝ່າຍເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ໄພວີ ສີບົວລິພາ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ສະຫາຍ ຫງວ້ຽນຫ໋າຍນິງແລະ ຄະນະໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ຊຶ່ງເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດລາວ- ຫວຽດນາມ ອ້າຍນ້ອງ ໂດຍສະເພາະສອງກະຊວງຍຸຕິທຳ ທີ່ຈະໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍເນື້ອໃນ ຂອງບົດບັນທຶກການ ຮ່ວມມື ລະຫວ່າງກະຊວງຍຸຕິທໍາ ສປປ ລາວ ແລະ ສສ ຫວຽດ ນາມ ໃນໄລຍະແຕ່ປີ 2021-2025ໃຫ້ເຂົ້າສູ່ລ່ວງເລິກ ແລະ ປະກົດຜົນເປັນຈິງຢ່າງມີປະສິດທິພາບ.
ການພົບປະສອງຝ່າຍຄັ້ງນີ້, ສອງຝ່າຍໄດ້ຕີລາຄາຄືນການພົວພັນຮ່ວມມືລະຫວ່າງ 2 ກະຊວງຍຸຕິທຳລາວ-ຫວຽດນາມ ໃນໄລຍະປີ 2022-2024 ສາມາດຍາດໄດ້ສໍາເລັດບາງໜ້າວຽກ ເປັນຕົ້ນແມ່ນການແລກປ່ຽນຂໍ້ມູນຂ່າວສານ ຊຶ່ງກັນ ແລະ ກັນ; ການສຳມະນາຍົກລະດັບຄວາມຮູ້ ກ່ຽວກັບກໍ່ສ້າງວິຊາຊີບປະຕິ ບັດຄໍາຕັດສິນຂອງສານ, ວິຊາຊີບທະບຽນສານ, ວິຊາຊີບຍຸຕິທໍາ; ສຳເລັດການຝຶກອົບຮົມຫຼັກສູດທັກສະການສ້າງນິຕິກຳ; ສຳເລັດການຝຶກອົບຮົມທົດລອງຫຼັກສູດທັກສະການໂຄສະນາເຜີຍແຜ່ກົດໝາຍ; ສຳເລັດຝຶກອົບຮົມທົດລອງຫຼັກສູດທັກສະການ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດດ້ວຍການໄກ່ເກ່ຍ, ການ ຕັດສິນໂດຍກຳມະການ; ການແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ.
ສຳລັບຂະແໜງຍຸຕິທຳຢູ່ຂັ້ນທ້ອງຖິ່ນ ກໍໄດ້ມີການພົວພັນຮ່ວມມືກັນຢ່າງຕໍ່ເນື່ອງລຽນຕິດ ແລະ ດຳເນີນໄປດ້ວຍບັນຍາ ກາດດີ ຊຶ່ງບໍ່ສະເພາະແຕ່ບັນດາແຂວງ ທີ່ມີຊາຍແດນຕິດຈອດກັນເທົ່ານັ້ນ, ບັນດາແຂວງອື່ນໆ ທີ່ບໍ່ມີຊາຍແດນຕິດຈອດກໍໄດ້ມີການພົວພັນຮ່ວມມື ແລະ ຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ.
ສໍາລັບແຜນການຮ່ວມມືປີ 2025 ແລະ ແຜນບົດບັນທຶກການຮ່ວມມື 5 ປີ (2026-2030)ສອງຝ່າຍຈະໄດ້ສຸມໃສ່ ບາງວຽກງານທີ່ຂະແໜງຍຸຕິທໍາຂອງສອງປະເທດຕ້ອງໄດ້ພັດທະນາ ແລະ ແລກປ່ຽນນຳກັນ ເປັນຕົ້ນຄະນະນໍາກະຊວງຍຸຕິທໍາ ສປປ ລາວ ຈະເດີນທາງໄປພົບປະຢ້ຽມຢາມກະຊວງຍຸຕິທໍາ ສສ ຫວຽດນາມ, ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານ; ສ້າງຂີດຄວາມສາມາດໃຫ້ແກ່ຂະແໜງຍຸຕິທໍາ ໂດຍການສ້າງຫຼັກສູດປະລິນຍາຕີ, ຫຼັກສູດປະລິນຍາໂທ, ປັບປຸງຫໍສະໝຸດ; ໂຄງການຫັນເປັນທັນສະໄໝຂອງຂະແໜງການຍຸຕິທໍາ ຂອງ ສປປ ລາວ; ໂຄງການສ້າງຂີດຄວາມສາມາດແກ່ການສ້າງກົດໝາຍ, ໂຄສະນາເຜີຍແຜ່ກົດໝາຍ ແລະ ປະເມີນນິຕິກໍາ ຊຶ່ງຝ່າຍລາວ ໄດ້ສະເໜີ ໃຫ້ຝ່າຍຫວຽດນາມ ຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ນັກກົດໝາຍຫວຽດນາມ ມາສ້າງຕັ້ງຫ້ອງການທີ່ປຶກສາກົດໝາຍຢູ່ລາວ ແລະ ຝ່າຍ ລາວ ກໍຈະຊຸກຍູ້ໃຫ້ນັກກົດໝາຍລາວ ໄປສ້າງຕັ້ງຫ້ອງການທີ່ປຶກສາກົດໝາຍຢູ່ຫວຽດນາມ.
ຂ່າວ-ພາບ: ວັນເພັງ





