ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດງານມະໂຫລານ ປຶ້ມ ແລະ ກິດຈະກຳສົ່ງເສີ່ມການອ່ານ

Dec 20, 2024

ງານມະໂຫລານປຶ້ມ ແລະ ກິດຈະກຳສົ່ງເສີ່ມການອ່ານ ຄັ້ງທີ V ຈັດຂຶ້ນໃນວັນທີ 19 ທັນວາ 2024 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ທັງເປັນຄະນະກໍາມະການຈັດງານມະໂຫລານປຶ້ມ ແລະ ກິດຈະກຳສົ່ງເສີ່ມການອ່ານ ຄັ້ງທີ V ພ້ອມດ້ວຍຄູ-ອາຈານ, ນັກຮຽນ, ນັກສຶກສາ ເຂົ້າຮ່ວມ.
ໃນໂກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ເຖິງເວລາແລ້ວ ທີ່ພວກເຮົາທຸກຄົນຕ້ອງໄດ້ເອົາໃຈໃສ່ ໃນການລົງທຶນດ້ານສະຕິປັນຍາໃຫ້ແກ່ລູກຫຼານ ດ້ວຍການປູກຈິດສຳນຶກໃຫ້ເດັກນ້ອຍຮູ້ຈັກຄຸນປະໂຫຍດຈາກການອ່ານໜັງສື ເພື່ອໃຫ້ເຂົາເຈົ້າເປັນເດັກນ້ອຍທີ່ສະຫຼາດ ເຊິ່ງກິດຈະກຳສົ່ງເສີມການອ່ານໃນຄັ້ງນີ້ ຈຶ່ງເປັນເວທີໜຶ່ງທີ່ສ້າງໂອກາດແກ່ເດັກນ້ອຍລາວ ໄດ້ສະແດງຄວາມສາມາດທາງດ້ານການສະແດງ, ການຄິດ, ການແຕ້ມ ແລະ ການສະແດງພອນສະຫວັນດ້ານຕ່າງໆ, ເຮັດໃຫ້ເດັກໄດ້ຮັບໂອກາດດີໆ ໃນການສະແດງອອກໃນເວທີທີ່ສໍາຄັນ ທັງເປັນການປະກອບສ່ວນປຸກລະດົມ ໃນທົ່ວສັງຄົມ ໄດ້ປະກອບສ່ວນທຶນຮອນ ໃນການຈັດຊື້ປຶ້ມອ່ານ, ປື້ມນິທານຕ່າງໆທີ່ມີຄວາມຫລາກຫລາຍ ເພື່ອໃຫ້ຜູ້ອ່ານ ໄດ້ໃຊ້ເວລາໃຫ້ເກີດປະໂຫຍດ ໃນການຊອກຫາປຶ້ມອ່ານ ເພື່ອເສີມທັກສະຄວາມຮູ້ໃຫ້ແກ່ຕົນເອງ.
ທ່ານ ນາງ ສວນສະຫວັນ ວິຍະເກດ ກ່າວຕື່ມວ່າ: ມາຮອດປັດຈຸບັນ, ວຽກງານຫໍສະໝຸດມີການພັດທະນາ ໄດ້ຂະຫຍາຍຕົວທັງທາງດ້ານປະລິມານ ແລະ ຄຸນນະພາບ. ນອກຈາກມີຫໍສະໝຸດແຫ່ງຊາດ 1 ແຫ່ງ, ຍັງມີຫໍສະໝຸດທ້ອງຖິ່ນ 10 ແຫ່ງ, ຫໍສະໝຸດວິທະຍາໄລ, ມະຫາວິທະຍາໄລ ແລະ ສະຖາບັນວິຊາຊີບ 99 ແຫ່ງ, ຫ້ອງອ່ານ-ມູມອ່ານ 1.968 ແຫ່ງ ທີ່ເປີດໃຫ້ບໍລິການ ການອ່ານຢ່າງເປັນປົກກະຕິ. ສໍາລັບວຽກງານການອອກທະບຽນ ພິມປຶ້ມ ສາມາດອອກທະບຽນປຶ້ມບັນລຸໄດ້ 1.668 ຫົວເລື່ອງ ແລະ ໄດ້ພິມອອກ 7.895.000 ຫົວ. ຫໍສະໝຸດແຫ່ງຊາດ ກໍຄືບັນດາພາກສ່ວນທີ່ກ່ຽວຂ້ອງຂອງ ກະຊວງ ຖວທ ໄດ້ເຄື່ອນໄຫວຊຸກຍູ້ສົ່ງເສີມການອ່ານ ດ້ວຍຫລາຍວິທີ ເພື່ອໃຫ້ເດັກນ້ອຍໃນຊຸມຊົນ ໄດ້ມີໂອກາດອ່ານປຶ້ມ. ນອກຈາກການສ້າງຕູ້ປຶ້ມ, ຖົງປຶ້ມເຄື່ອນທີ່ແລ້ວ. ປີນີ້, ຍັງມີການບໍລິການລົດຕູ້ສະໝຸດເຄື່ອນທີ່ ເພື່ອເຄື່ອນໄຫວສົ່ງເສີມການອ່ານ ຢູ່ໃນໂຮງຮຽນປະຖົມໃນນະຄອນຫລວງວຽງຈັນ, ໄດ້ອັດຄລິບນິທານ, ການຮຽນ, ການສອນລູກໃຫ້ມີສ່ວນຮ່ວມຂອງຜູ້ປົກຄອງ, ຄູ ແລະ ຊຸມຊົນ, ການຈັດລາຍການອັດນິທານສົດຜ່ານໂທລະໂຄ່ງຊຸມຊົນ ແລະ ການເປີດຄລິບສຽງໃຫ້ປວງຊົນໄດ້ຮັບຟັງນິທານ, ການຮຽນ ເພື່ອຊ່ວຍຊຸກຍູ້ແກ່ການຮຽນ-ການອ່ານ ໃຫ້ເດັກນ້ອຍທີ່ຢູ່ 4 ແຂວງເປົ້າໝາຍ.
ກິດຈະກຳໃນຄັ້ງນີ້, ສຸດທີ່ມີຄວາມສຳຄັນ ເຊິ່ງເປັນອີກກິດຈະກຳໜຶ່ງ ທີ່ປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມ ໃຫ້ຄົນລາວຮັກການອ່ານ ເພື່ອປູກຈິດສໍານຶກຄວາມມັກຮັກໃນການອ່ານແຕ່ຍັງເຍົາໄວ, ສ້າງສັງຄົມການອ່ານ ແລະ ວັດທະນະທຳການອ່ານ ໃຫ້ມີການພັດທະນາຢ່າງແຂງແຮງ. ເຮົາປູກຕົ້ນໄມ້ອາດໃຊ້ເວລາ 10 ປີ ຈຶ່ງສາມາດໄດ້ກິນໝາກ ແຕ່ການທີ່ເຮົາຈະສ້າງຄົນ ມັນອາດຕ້ອງໃຊ້ເວລາ 100 ປີຈຶ່ງໄດ້ຮັບຜົນ. ດັ່ງນັ້ນ, ການສົ່ງເສີມການສຶກສາ, ການສົ່ງເສີມການປູກຈິດສໍານຶກໃຫ້ມັກຮັກໃນການອ່ານ ແມ່ນຄວາມຮັບຜິດຊອບຂອງພວກເຮົາທຸກຄົນ ຕ້ອງໄດ້ພ້ອມໃຈກັນຊຸກຍູ້ສົ່ງເສີມ ໃຫ້ລູກຫານ, ເຍົາວະຊົນ, ນັກຮຽນ ນັກສຶກສາ, ຄົນຮຸ່ນໃໝ່ ໃຫ້ໃສ່ໃຈໃນການອ່ານເພື່ອສ້າງພູມປັນຍາ.