ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານເຈົ້າຄອງ ນວ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານທູດຈີນຄົນໃໝ່

Dec 20, 2024

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງ ວຽງຈັນ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳ ນັບຂອງທ່ານນາງ ຟາງ ຫົງ (Fang Hong) ເອກອັກຄະລັດຖະທູດ ແຫ່ງ ສປ ຈີນປະຈຳສປປລາວເມື່ອວັນທີ 19 ທັນວາ 2024 ທີ່ສຳນັກງານປົກ ຄອງນະຄອນຫຼວງວຽງຈັນ.
ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານທູດຄົນໃໝ່ ທີ່ໄດ້ມາປະຕິບັດໜ້າທີ່ອັນມີກຽດປະຈຳຢູ່ ສປປ ລາວ ກໍຄືຢູ່ນະຄອນຫຼວງ ວຽງ ຈັນ ແນໃສ່ສືບຕໍ່ພົວພັນການຮ່ວມມື ລະຫວ່າງສອງຊາດ ລາວ- ຈີນໃຫ້ໄດ້ຮັບການພັດທະນາໄປຕາມທິດທາງທີ່ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ມີຄວາມມຸ້ງຫວັງຮ່ວມກັນ ພ້ອມດຽວກັນນີ້ ທ່ານເຈົ້າຄອງນະຄອນຫຼວງກໍໄດ້ລາຍງານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງວຽງຈັນໄລຍະທີ່ຜ່ານມາ ພ້ອມອວຍພອນໄຊໃຫ້ທ່ານທູດຈົ່ງປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານຂອງຕົນຢູ່ ສປປ ລາວ.
ໂອກາດດຽວກັນ, ນາງ ຟາງ ຫົງໄດ້ສະແດງຄວາມຂອບໃຈອັນລໍ້າຄ່າຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານເຈົ້າຄອງນະຄອນ ຫຼວງວຽງຈັນ ພ້ອມທັງຢືນຢັນວ່າຈະຕັ້ງໜ້າປະຕິບັດໜ້າທີ່ຂອງຕົນໃຫ້ປະສົບຜົນສຳເລັດ ເພື່ອປະກອບສ່ວນເສີມສ້າງສາຍພົວ ພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງຊາດຈີນ-ລາວ ກໍຄືນະຄອນຫຼວງ ແລະ ບັນດາເມືອງ ໃຫ້ນັບມື້ຂະຫຍາຍຕົວກວ້າງຂວາງ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.
ຂ່າວ: ວຽງຈັນໃຫມ່