ໃນໂອກາດລາຍງານສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ແຜນການລົງທຶນຂອງລັດ ປີ 2025 ຂອງນະຄອນຫຼວງວຽງຈັນ, ແຜນການນໍາໃຊ້ເງິນເກີນແຜນ ປີ 2024 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ທີ່ ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫລວງວຽງຈັນ (ນວ) ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາ ຊົນ ນະຄອນຫຼວງວຽງຈັນ ຊຸດທີ II ເມື່ອບໍ່ດົນມານີ້ ໄດ້ຍົກໃຫ້ເຫັນກ່ຽວກັບ ດ້ານແຮງງານ ແລະ ສະຫວັດດີການສັງຄົມ ວ່າ: ນະຄອນຫລວງວຽງຈັນ ໄດ້ ເອົາໃຈໃສ່ປະສານສົມທົບ ກັບ ບັນດາພາກສ່ວນເສດຖະກິດ ທັງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນ ເພື່ອຈັດຕັ້ງປະຕິບັດ ການຝຶກສີມືແຮງງານໃຫ້ກຸ່ມເປົ້າໝາຍ; ນໍາໃຊ້ລະບົບຖານຂໍ້ມູນຂ່າວສານໃນການພັດທະນາສີມືແຮງງານ ເພື່ອສະໜອງຂໍ້ມູນແຮງງານທີ່ມີສີມືໃຫ້ແກ່ຕະຫຼາດແຮງງານ; ປັບປຸງຕາ ໜ່າງບໍລິການຈັດຫາງານຢູ່ບັນດາເມືອງ ທີ່ມີຕາໜ່າງບໍລິການຈັດຫາງານໃຫ້ມີຄວາມເຂັ້ມແຂງ ແລະ ສາມາດໃຫ້ບໍລິການທີ່ມີປະສິດທິພາບ.
ຜ່ານການຈັດຕັ້ງປະຕິບັດ ນະຄອນຫຼວງວຽງຈັນ ໄດ້ສົ່ງເສີມການຈັດຫາວຽກເຮັດງານທຳ ໃຫ້ກັບແຮງງານທີ່ຕ້ອງການ ມີວຽກເຮັດງານທໍາເຂົ້າສູ່ຕະຫຼາດແຮງງານ ຈໍານວນ 6,512 ຄົນ, ປະຕິບັດໄດ້ລື່ນແຜນ 41.56% (ມະຕິສະພາ 4,600 ຄົນ); ໄດ້ເກັບກໍາ ແລະ ສັງລວມສະຖິຕິແຮງງານ ທີ່ມີຄວາມຕ້ອງການໄປອອກແຮງງານຕາມລະດູການ ຢູ່ ສ ເກົາຫຼີ ທັງໝົດ ຈໍານວນ 2.632 ຄົນ. ໃນນີ້ ຂຶ້ນທະບຽນ 1,670 ຄົນ, ຖືກຄັດເລືອກສໍາພາດ 1,338 ຄົນ ແລະ ຜ່ານການສໍາພາດ ຈໍານວນ 633 ຄົນ.
ນອກຈາກນັ້ນ, ຍັງໄດ້ຂຶ້ນທະບຽນ ແລະ ຕໍ່ບັດອະນຸຍາດເຮັດວຽກໃຫ້ແຮງງານຕ່າງປະເທດທີ່ມາອອກແຮງງານ ຢູ່ ນະຄອນຫຼວງວຽງຈັນ ໄດ້ 11,567 ເທື່ອຄົນ ລວມມີ 49 ສັນຊາດ. ໃນນີ້, ຂຶ້ນທະບຽນແຮງງານຕ່າງປະເທດ ໄດ້ 6,960 ເທື່ອຄົນ ແລະ ຕໍ່ບັດອະນຸຍາດເຮັດວຽກ ໄດ້ 4,607 ເທື່ອຄົນ; ໂດຍລວມແລ້ວເຫັນວ່າ ໃນຈໍານວນ 17 ຄາດໝາຍ ທີ່ຕິດພັນກັບດ້ານແຮງງານ ແລະ ສະຫວັດດີການສັງຄົມ ຄາດວ່າຈະສາມາດບັນລຸໄດ້ທັງໝົດ.


